ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ຈີນ-ອາ​ຊຽນຢູ່​ເມືອງ​ນານ​ນິງ​ເຂດກວາງ​ຊີ​
2017-12-06 11:50:08  cri 
ຕາມ​ຂ່າວCRI:ງານ​ສັງ​ສັນນັກ​ກົດ​ໝາຍຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ຈີນ-ອາ​ຊຽນໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າຈ້ວງກວາງ​ຊີ​ຈີນ​ໃນ​ວັນ​ທີ 6 ທັນ​ວາ​ນີ້ ໂດຍ​ຜູ້​ຕາງ​ໜ້າ​ອົງການ​ກົດ​ໝາຍ​, ນັກ​ວິ​ຊາ​ການ​ແລະ​ຊ່ຽວ​ຊານ​ຈີນ​ແລະອາ​ຊຽນ 300 ກວ່າ​ທ່ານເຂົ້າ​ຮ່ວມ.

ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ແມ່ນ​ສະ​ມາ​ຄົມ​ກົດ​ໝາຍ​ຈີນ​ເປັນ​ເຈົ້າ​ພາບ ໂດຍ​ປິ່ນ​ອ້ອມຫົວ​ຂໍ້ "ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານກົດ​ໝາຍ,ຮ່ວມ​ກັນ​ສ້າງ​ແລະ​ຊົມ​ໃຊ້ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ". ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ຫາ​ລື​ບັນ​ຫາກົດ​ໝາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ-ອາ​ຊຽນ ລວມ​ທັງຮ່ວມ​ກັນ​ຫາ​ລື​ກ່ຽວ​ກັບ​ກົນ​ໄກ​ການ​ຮ່ວມ​​ມື​ດ້ານ​ກົດ​ໝາຍ​ລະ​ຫວ່າງ​ຈີນ-ອາ​ຊຽນໃຫ້​ມີ​ປະ​ສິດ​ທິ​ພາບ​ຢ່າງຍາວ​ນານ.

"ເວ​ທີ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ຈີນ-ອາ​ຊຽນ" ແມ່ນ​ສະ​ມ​າ​ຄົມ​ກົດ​ໝາຍ​ຈີນ​ລິ​ເລີ່ມ​ຂຶ້ນ​ໃນ​ປີ 2005, ແມ່ນ​ເວ​ທີ​ແລກ​ປ່ຽນ​ແ​ລະ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ລະ​ດັບ​ສູງ,ແບບ​ເປີດ​ປະ​ຕູ,ມີ​ອິດ​ທິ​ພົນ​ແລະ​ກຳ​ລັງ​ເຕົ້າ​ໂຮມ ເຊິ່ງກວມ​ເອົາວົງ​ການ​ລັດ​ຖະ​ບານ,ຕຸ​ລາ​ການ,ກົດ​ໝາຍ​ແລະ​​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ