ເຮືອນ​ບິນ​ໂດຍ​ສານ C919 ​ຖືກ​ຈອງ​ຊື້​ແລ້ວ 785 ລຳ
2017-12-06 15:49:37  cri 
ບໍ​ລິ​ສັດ​ການ​ບິນ​ທຸ​ລະ​ກິດ​ຈີນຈຳ​ກັດ​ເປີດ​ເຜີຍ​ໃນ​ວັນ​ທີ 5 ທັນ​ວາ​ນີ້​ວ່າ, ບໍ​ລິ​ສັດ​ການ​ເຊົ່າການ​ເງິນ​ຂອງທະ​ນາ​ຄານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນຈຳ​ກັດ​ໄດ້​ເຊັນ​ສັນ​ຍາ​ການ​ຈັດ​ຊື້​​ເຮືອ​ບິນ​ໂດຍ​ສານ C919 55 ລຳ​ກັບ​ບໍ​ລິ​ສັດ​ຕົນ, ​ສົ່ງ​ຜົນເຮັດ​ໃຫ້​​ປັດ​ຈຸ​ບັນ​ມີ​ການ​ຈອງ​ຊື້​ເພີ່ມ​ຂຶ້ນ​ເປັນ 785 ລຳ.

​ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ C919 ແມ່ນ​​ເຮືອ​ບິນ​ໂດຍ​ສານ​ໃຊ້​ທາງ​ພົນ​ລະ​ເຮືອນ​ຂະ​ໜາດ​ໃຫຍ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງ, ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ 100% ​ແລະ​ຖືກຕາມມາດ​ຕະ​ຖານ​ການ​ບິນ​ສາ​ກົນ, ​ກ່ອນ​ໜ້າ​ນີ້​ຄື​ວັນ​ທີ 5 ພຶດ​ສະ​ພາ 2017 ໄດ້​ສຳ​ເລັດ​ການ​ບິນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຊຽງ​ໄຮ​. ​ແລະ​ໃນວັນ​ທີ 10 ພະ​ຈິກ​ຜ່ານ​ມາ, ​ເຮືອ​ບິນ​ໂດຍ​ສານ C919 ລຳ​ທຳ​ອິດ​ໄດ້​​ບິນຈາກ​ພູ​ຕົ່ງ​ນະ​ຄອນ​ຊຽງ​ໄຮ​ໄປສູ່​ເມືອງ​ຢຽນ​ລຽງ​ນະ​ຄອນ​ຊີ່​ອ່ານ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ການ​ບິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ