ຟີ​ລິບ​ປີນ​ຢຸດ​ຂາຍ​ວັກ​ແຊງໄຂ້​ເລືອດ​ອອກ​ຂອງຝ​ຣັ່ງ​ຊົ່ວ​ຄາວ
2017-12-06 15:53:06  cri 
ກົມ​​ຄຸ້ມ​ຄອງອາ​ຫານ​ແລະ​ຢາ​ຟີ​ລິບ​ປີນ​ອອກ​ຄຳ​ສັ່ງເລັ່ງ​ດ່ວນ​ໃນ​ວັນ​ທີ 4 ທັນ​ວາ​ນີ້, ​ໂດຍຮຽກ​ຮ້ອງ​ໃຫ້​ບໍ​ລິ​ສັດຜະ​ລິດ​​ຊາ​ໂນ​ຟີ​ປາ​ສ​ເຕີປະ​ເທດ​ຝ​ຣັ່ງຢຸດ​ຂາຍ​ວັກ​ແຊງ​ໄຂ້​ເລືອດ​ອອກ​ຢູ່​​ປະ​ເທດ​ຕົນ​ໃນ​ທັນ​ທີ. ​ກ່ອນ​ໜ້າ​ນີ້​ບໍ​ລິ​ສັດ​ດັ່ງ​ກ່າວ​​ຢືນ​ຢັນວ່າ, ວັ​ກ​ແຊງ​ໄຂ້​ເລືອດ​ອອກ​ປະ​ເພດ​ທຳ​ອິດ​ໃນ​ໂລກ​ອາດ​​ສ່ຽງ​ຕໍ່​ຄວາມ​ປອດ​ໄພ.

ກົມ​ຄຸ້ມ​ຄອງອາ​ຫານ​ແລະ​​ຢາ​ຟີ​ລິບ​ປີນ​ອອກ​ຖະ​ແຫຼງ​ການ​​ວ່າ, ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ກົມຕົນ​ໄດ້​ຮຽກ​ຮ້ອງ​ໃຫ້​ບໍ​ລິ​ສັດ​ຊາ​ໂນ​ຟີ​ປາ​ສ​ເຕີ​ຢຸດຂາຍ, ​ແຈກ​ຢາຍ​ແລະ​ໂຄ​ສະ​ນາ​ວັກ​ແຊງ Dengvaxia ທີ່​ບໍ​ລິ​ສັດ​ດັ່ງ​ກ່າວ​​ຜະ​ລິດ​​ທັນ​ທີ, ແລະ​ຮຽກ​ຄືນ​ວັກ​ແຊງ​ທີ່​ຂາຍ​ຢູ່​ຕະ​ຫຼາດ​ປະ​ເທດ​ຕົນ, ເພື່ອ​ລໍ​ຖ້າ​ການ​ແນະນຳ​ຕື່ມ​ອີກ​. ນອກ​ນີ້​ຍັງ​ຮຽກ​ຮ້ອງ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ເປີດ​ເຜີຍ​ຂ່າວ​ດັ່ງ​ກ່າວ​ທຸກວິ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ