ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເມືອງ​ທ່ອງ​ທ່ຽວ​ຄັ້ງ​ທີ 6 ຢູ່​ກົວ​ລາ​ລຳ​ເປີ
2017-12-06 15:54:26  cri 
ກອງ​ປະ​ຊຸມ​ສຸດຍອດເມືອງ​ທ່ອງ​ທ່ຽວ​ຄັ້ງ​ທີ 6 ທີ່ອົງ​ການ​ທ່ຽວ​ທ່ຽວ​ໂລກ​​ສ​ະ​ຫະ​ປະ​ຊາ​ຊາດ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີດ​ປະ​ເທດ​ມ​ງາ​ເລ​ເຊຍ​ໃນ​ວັນ​ທີ 4 ທັນ​ວາ​ນີ້. ​​ໂດຍ​ມີຜູ້​ຕາງ​ໜ້າ 800 ກວ່າ​ທ່ານ​ຈາກອົງ​ການ​ທ່ອງ​ທ່ຽວ​ໂລກ​, ​ໂຄງ​ການ​ຈັດ​ສັນ​ທີ່​ຢູ່​ອາ​ໄສອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກະ​ຊວງວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ມາ​ເລ​ເຊຍ, ອົງ​ການ​ປົກ​ຄອງ​ກົວ​ລາ​ລຳ​ເປີ, ພາກ​ສ່ວນ​ທ່ອງ​ທ່ຽວ​ບາງ​ປະ​ເທດ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ແລະ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ແລະ​ສື່ມວນ​ຊົນ​​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ອົງ​ການ​ຫະ​ປະ​ຊາ​ຊາດ​ແລະ​ກະ​ຊວງວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ມາ​ເລ​ເຊຍ, ໂດຍ​ເນັ້ນ​ຫົວ​ຂໍ້ "ການ​ທ່ອງ​ທ່ຽວ​ໃນ​ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງ​ໃໝ່; ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ມີ​ກຳ​ລັງ​ແຂ່ງ​ຂັນ​ຫຼາຍກວ່າ​ເກົ່າ", ກອ​ງ​ປະ​ຊຸມ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລືເຖິງ​​ບັນ​ຫາວ່າ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ສ້າງລະ​ບົບ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕົວ​ເມືອງ​ທີ່​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ​ຍືນ​ຍົງ​ແລະ​ມີ​ກຳ​ລັງ​ແຂ່ງ​ຂັນ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ