ມີ​ຜູ້​ເສຍ​ຊີວິດ​ຈາກ​ການ​​ຍິງ​ປະ​ທະ​ກັນ​ຢູ່​ນະຄອນຫຼວງ​ຊາ​ນາ​​​ປະ​ເທດເຢ​ເມນ​ແລ້ວ 234 ຄົນ
2017-12-06 10:34:24  cri 
ວັນ​ທີ 5 ທັນວາ​ນີ້, ທ່ານ​ໂຣ​ເບິດ ມາ​ດີ​ນີ ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງຂອງ​ສະພາ​ກາ​ແດງ​ສາກົນ​​ເປີດ​ເຜີຍ​ຢູ່​ສື່​ສັງຄົມ​ອ໋ອນລາຍ​ວ່າ: ​ເຫດ​ການຍິງ​ປະ​ທະ​ກັນ​ຢູ່​ນະຄອນຫຼວງ​ຊາ​ນາປະ​ເທດ​ເຢ​ເມນ​ໄດ້​​ເຮັດ​​ໃຫ້ມີ​ຜູ້​​ເສຍ​ຊີວິດ 234 ຄົນ ​ແລະ 400 ຄົນ​ບາດເຈັບ, ​ໃນ​ນີ້ ​383 ຄົນ​ບາດ​ເຈັບສາຫັດ.

ກ່ອນ​ໜ້າ​ນີ້​ມື້​ດຽວ​ຄືວັນ​ທີ 4, ທ່ານ​ອາລີ ອັບ​ດູນລາ ຊາ​ເລກ ອະດີດ​ປະທານາທິບໍ​ດີ​ເຢ​ເມນ​ໄດ້​ຖືກ​ກຸ່ມ​ປະກອບ​ອາວຸດ​ຮູ​ຊີ​ຍິງ​ເສຍ​ຊີວິດ​ຂະນະ​ທີ່ທ່ານ​ຊາ​ເລກ ​ພ້ອມ​ດ້ວຍຮອງ​ເລຂາທິການ​ໃຫຍ່ພັກ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ເຢ​ເມນ​ເດີນທາງຈາກ​ຊາ​ນາ​ໄປ​​ເຂດ​​ທີ່​ຄຸ້ມ​ຄອງ​ໂດຍ​ທະຫານລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ