ທ່ານ​ປູ​ຕິນ​ຖະ​ແຫຼງ​ຈະ​ລົງເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ປີ​ໜ້າ
2017-12-07 10:40:35  cri 
ທ່ານ​ວ​ຣາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຖະ​ແຫຼງ​ໃນ​ວັນ​ທີ 6 ທັນ​ວາ​ນີ້​ວ່າ: ຕົນ​ຈະ​ລົງ​ສະ​ໝັກ​ຮັບເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ2018 ​ແລະ​ເປັນ​ເທື່ອ​ທີ 4 ​ໃນ​ການ​ລົງເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ,​ເຊິ່ງ​ຖ້າ​ຊະ​ນະ​ເລືອກ​ຕັ້ງ,ທ່ານ​ປູ​ຕິນ​ຈະ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເປັນ​ເວ​ລາ 6 ປີ​ອີກ​ຄັ້ງ​ໃໝ່.

ສູນສຳຫຼວດ​ຄວາມ​ເຫັນ​ທົ່ວ​ປະ​ເທດ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ຜົນ​ການ​​ສຳຫຼວດໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາ​ວ່າ: ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​ທ່ານ​ປູ​ຕິນ​ສູງ​ເຖິງ 83%, ​ຂະ​ນະ​ທີ່ອັດ​ຕາ​​ຄວາມໄວ້​ວາງ​ໃຈ​​ກໍມີ​ເຖິງ 52,5% ເຊິ່ງ​ສູງກວ່າ​ເຈົ້າ​ໜ້າ​ທີ່​ແລະ​ບຸກ​ຄົນ​ການ​ເມືອງ​ອື່ນໆ​ຂອງ​ຣັດ​ເຊຍຢ່າງຫຼວງຫຼາຍ. ນອກ​ນີ້, ສູນ​ເລ​ວາ​ດາ ເຊິ່ງ​ເປັນ​ສະ​ຖາ​ບັນ​ສຳຫຼວດ​​ຄວາມ​ເຫັນຣັດ​ເຊຍ​ກໍ​ໄດ້​ເປີດ​ເຜີຍ​ຜົນ​ການ​ສຳຫຼວດ​ຫຼ້າ​ສຸດ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ ​ປະ​ຊາ​ຊົນ​ສະ​ໜັບ​ສະ​ໜູນ​ທ່ານ​ປູ​ຕິນ​ຢ່າງ​ໜຽວ​ແໜ້ນ​ໂດຍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄອນ​ແຄນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ