ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ເລີ່ມ​ນຳ​ໃຊ້​ລະ​ບົບ​ການສະ​ສາງ​ຂອງ​ລັດ
2017-12-07 11:27:12  cri 
​ກະ​ຊວງ​ການ​ຄ້າ​ຈີນ​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ນຳ​ໃຊ້​ລະ​ບົບ​ເຄືອ​ຂ່າຍ​ຊຳ​ລະ​ສະ​ສາງ​ຂອງ​ລັດຫຼື National payment networkເຊິ່ງ​ເປັນ​ລະ​ບົບ​ຊຳ​ລະ​ສະ​ສາງ​ສັງ​ລວມ ທີ່ກວມ​ເອົາ​ລະ​ບົບ​ຊຳ​ລະ​ສະ​ສາງ​ຂອງ​ທະ​ນາ​ຄານ​ຕ່າງໆ​ເພື່ອ​ປະ​ມວນ​ຜົນ​ເປັນ​ເອ​ກະ​ພາບ​ກັນ.

 ທ່ານ​ອາ​ກູ​ສ ມາ​ໂຕວາ​ໂດ​ໂຈ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ, ກ່ອ​ນ​ໜ້າ​ນີ້, ​ລະ​ບົບ​ການ​ຊຳ​ລະ​ສະ​ສາງ​ຂອງທະ​ນາ​ຄານ​ກາງ​ບໍ່​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ຊຳ​ລະ​ສະ​ສາງ​ສ່ວນ​ບຸກ​ຄົນ​ທີ່​ພັດ​ທະ​ນາ​ໂດຍ​ທະ​ນາ​ຄານ​ແຕ່​ລະ​ແຫ່ງ.ດ້ວຍ​ເຫດ​ນີ້, ຈິ່ງ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ການ​ຊຳ​ລະ​ສະ​ສາງ​ລະ​ຫວ່າງ​ທະ​ນາ​ຄານ​ຕ່າງໆ​ໄດ້​. ຈາກ​ນີ້,4 ບໍ​ລິ​ສັດທີ່​ໃຫ້​ການ​ບໍ​ລິ​ການ​ຊຳ​ລະ​ສະ​ສາງ​ລະ​ຫວ່າງ​ທະ​ນາ​ຄານ​ຈະລວມ​ເປັນ​ກຸ່ມ​ບໍ​ລິ​ສັດ​ໜຶ່ງ​ເພື່ອ​ຮ່ວມ​ກັນ​ຊົມ​ໃຊ້ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກເຊິ່ງ​ຈະ​ສາ​ມາດຫຼຸດ​ຕົ້ນ​ທຶນ​ການ​ຊຳ​ລະ​ສະ​ສາງ​ລະ​ຫວ່າງ​ທະ​ນາ​ຄານ ແລະ​ເຫັນ​ໄດ້​ຈາກ ທຳ​ມະ​ດາ​ແລ້ວ, ທະ​ນາ​ຄານ​ຈະ​ເກັບ​ຄ່າ​ບໍ​ລິ​ການ 2%- 3% ຈາກ​ລູກ​ຄ້າ​ທີ່​ໃຊ້​ບັດ​ທະ​ນາ​ຄານ​ອື່ນ, ແຕ່​​ພາຍຫຼັງ​ທີ່​ທະ​ນາ​ຄານ​ຕ່າງໆ​ຮ່ວມ​ກັນ​ຊົມ​ໃຊ້​​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ແລ້ວ​ຈະ​ເກັບ​ຄ່າ​ບໍ​ລິ​ການ​ພຽງ 1% ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ