ປະ​ລິ​ມານການ​ຂໍ​ສິດ​ທິ​ບັດ​ຂອງ​ຈີນ​ຢືນ​ຢູ່​ແຖວ​ໜ້າຂອງ​ໂລກ
2017-12-07 11:29:46  cri 
ວັນ​ທີ 6 ທັນ​ວາ​ນີ້, ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ປະ​ຈຳ​ປີ​ສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:  ປີ​ຜ່ານ​ມາ​ນີ້ ຜູ້​ປະ​ດິດ​ສ້າງ​ໃໝ່​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ຍື່ນ​ໃບ​ຮ້ອງ​ຂໍ​ສິດ​ທິ​ບັດ 3 ລ້ານ 1 ແສນ​ສະ​ບັບ, ເຊິ່ງ​ຖື​ວ່າ​ເປັນ​ການຮັກ​ສາ​ທ່າ​ອ່ຽງ​ການ​ເຕີບ​ໂຕ​ 7 ປີ​ຕິດ​ຕໍ່​ກັນ. ໃນ​ນີ້, ປະ​ລິ​ມານ​ການ​ຂໍສິດ​ທິ​ບັດ​ຂອງ​ຈີນ​ເພີ່ມ​ຂຶ້ນ​ແລະ​ເປັນ​ການ​ເພີ່ມ​ຂຶ້ນ​ກວມ 98% ຂອງ​ໂລກ.

ບົດ​ລາຍ​ງານ "ຕົວ​ເລກ​ດັດ​ຊະ​ນີ​​ຊັບ​ສິ​ນ​ທາງ​ປັນ​ຍາ​ໂລກ" ສະ​ບັບ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນວ່າ: ປະ​ລິ​ມານ​ການ​ຂໍສິດ​ທິ​ບັດ​ຂອງ​ໂລກ​ໃນ​ປີ 2016 ​ເພີ່ມ​ຂຶ້ນ 8,3% ເມື່ອ​ທຽບ​ໃສ່ປີ 2015, ໃນ​ນີ້​ຈີນ​ມີປະ​ລິ​ມານ​ການ​ຂໍສິດ​ທິ​ບັດ​ຫຼາຍກວ່າ​ຍອດລວມ​ຂອງອາ​ເມ​ລິ​ກາ,ຍີ່​ປຸ່ນ,ສ.ເກົາ​ຫຼີ​ກໍ​​ຄື​ກົມສິດ​ທິ​ບັດ​ເອີ​ຣົບ.

ທ່ານ ຟ​ຣານ​ຊິ​ສ໌ ກູ​ຣີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ກ່າວ​ວ່າ: ເມື່ອເບິ່ງ​ຈາກ​ອັດ​ຕາ​ການ​ຂໍສິດ​ທິ​ບັດຂອງ​ຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ນັ້ນ ເປັນ​ການ​ສະ​ແດງ​ໃຫ້ເຫັນ​ເຖິງ​​ທ່າ​ອ່ຽງ​​ການ​ພັດ​ທະ​ນາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ