ການ​ຊ້ອມ​ຮົບ​​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ທາງ​ອິນ​ເຕີ​ເນັດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ຈີນ​ອີກ​ຄັ້ງ​ໃໝ່
2017-12-07 11:30:44  cri 
ອີງຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ມົນ​ຕີ​ອົງ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ໃນ​ພາກ​ພື້ນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ອົງ​ການ​ດັ່ງ​ກ່າວຈະ​​ຊ້ອມ​ຮົບ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ທາງ​ອິນ​ເຕີ​ເນັດ "ເຊ້ຍ​ເໝີນ-2017" ຢູ່​ເມືອງ​ເຊ້ຍ​ເໝີນ​ແຂວງ​ຟູ​ຈ້ຽນ​ປະ​ເທດ​ຈີນ​ໃນ​ວັນ​ທີ 6 ທັນ​ວາ​ນີ້ ໂດຍ​ມີຄະ​ນະ​ຜູ້​ແທນ​ອົງ​ການ​ຄຸ້ມ​ຄອງ​ຈາກ 8 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ກໍ​ຄື​ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ​ຢູ່​ໃນ​ພາກ​ພື້ນ​ເຂົ້າ​ຮ່ວມ.

ໃນ​ການ​ຊ້ອມ​ຮົບ​ຄັ້ງ​ນີ້,ຈະສົມ​ມຸດ​ສະ​ມາ​ຊິກ​ກຸ່ມ​ກໍ່​ການ​ຮ້າຍ​ສາ​ກົນ​ໃດ​ໜຶ່ງ​ທີ່ໂຕນ​ໜີ​ໄປ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ,ພາຍ​ໃຕ້​ການ​ປະ​ສານ​ງານຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ,ອົງ​ການ​ຄຸ້ມ​ຄອງ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ກ່ຽວ​ຂ້ອງ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ, ໄດ້​ຊອກ​ພົບ​ຂໍ້​ມູນ​ປຸກ​ປັ່ນ​ແລະ​ໂຄ​ສະ​ນາ​ເຜີຍ​ແຜ່​ທີ່​ສະ​ມາ​ຊິກ​ກຸ່ມ​ກໍ່​ການ​ຮ້າຍ​ເປີດ​ເຜີຍ​ຢ່າງ​ທັນ​ການ ແລະ​ໄດ້​ດຳ​ເນີນ​ການແກ້​ໄຂ​ຂໍ້​ມູນ,ສືບ​ສວນ​ແລະ​ເກັບ​ກຳ​ຫຼັກ​ຖານ​ ແລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂ່າວ​ລັບ​ຕາມ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ​ຂອງ​ປະ​ເທດ​ຕົນ,ໄດ້​ສືບ​ສວນ​ອັດ​ຕະ​ລັກ​ແລະ​ຈຸດ​​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິກກຸ່ມກໍ່​ການ​ຮ້າຍ​ດັ່ງ​ກ່າວ​ພ້ອມ​ທັງໄດ້​ຈັບ​ຜູ້​ກໍ່​ການ​ຮ້າຍ, ໃນ​ທີ່​ສຸດ​ກໍ​ສາ​ມາດ​ກຳ​ຈັດ​ການ​ຂົ່ມ​ຂູ່​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ຢ່າງ​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ