ເວ​ທີ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ຈີນ-ອາ​ຊຽນ​ຮັບ​ຮອງ "ຄວາມ​ເປັນ​ເອ​ກະ​ພາບ​ນານ​ນິ​ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ"
2017-12-07 14:19:25  cri 
ຕາມ​ຂ່າວ CRI: ງານ​ມິດ​ຕະ​ພາບ​ນັກ​​ກົດ​ໝາຍ​ຈີນ-ອາ​ຊຽນ​ທັງ​ເປັນ​ເວ​ທີ​ປຶກ​ສາ​ຫາ​ລື​ກົດ​ໝາຍ​ຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ກົດ​ໝາຍ​ຈີນ​ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ ສ​ປ ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 6 ທັນ​ວາ​ນີ້.

ທ່ານ​ຈ່າງ​ມິງສີ, ຮອງ​ປະ​ທານ​ສະ​ມາ​ຄົມ​ກົດ​ໝາຍ​ຈີນ​ໄດ້​ຜ່ານ "ຄວາມ​ເປັນ​ເອ​ກະ​ພາບ​ນານ​ນິ​ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ". ໃນ​ຖາ​ນະ​ເປັນຜົນ​​ງານສຳ​ຄັນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້, "ຄວາມ​ເປັນ​ເອ​ກະ​ພາບ​ນານ​ນິ​ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ" ແມ່ນ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດລະ​ຫວ່າງ​ບຸກ​ຄົນ​ໃນ​ອົງການ​ກົດ​ໝາຍ​ຈີນ​ແລະ​ອາ​ຊຽນ​, ທັງຈະ​​ເປັນທິດ​ທາງ​ແລະ​ນຳ​ພາ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ຢ່າງ​ຮອບ​ດ້ານ​ແລະ​ປົກ​ກະ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ