ທ່ານ​ສີ​ຈິ້ນ​ຜິງ ສົ່ງສານອວຍ​ພອນ "ເວ​ທີ​ປຶ​ກ​ສາ​ຫາ​ລື​ສິດ​ທິ​ມະ​ນຸດ​ໃຕ້​ໆ"
2017-12-07 16:01:42  cri 
"ເວ​ທີ​ປຶກ​ສາ​ຫາ​ລື​ສິດ​ທິ​ມະ​ນຸດ​ໃຕ້ໆ" ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 7 ທັນ​ວາ​ນີ້, ​ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານອວຍ​ພອນ, ເພື່ອ​ສະ​ເຫຼີມ​ສະ​ຫຼອງການ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຢ່າງ​ຄຶກ​ຄື້ນ, ຂະ​ນະ​ດຽວ​ກັນ​​ກໍເນັ້ນ​ວ່າ​ການ​​ສົ່ງ​ເສີມ​ພາ​ລະ​ກິດ​ສິ​ດ​ທິ​ມະ​ນຸດ​ຂອງ​ໂລກ​ແຍກ​ອອກ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ບັນ​ດ​າ​ປະ​ເທດ​ພວມ​ພັດ​ທະ​ນາ​ບໍ່​ໄດ້, ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ​ບົນ​ພື້ນ​ຖານ​ຈິດ​ໃຈ​​ຍຸດ​ຕິ​ທຳ, ທ່ຽງ​ທຳ, ເປີດ​ປະ​ຕູ​ແລະ​ກວມ​ລວມ, ເຄົາ​ລົບ​ນັບ​ຖື​ແລະ​ສ່ອງ​ແສງ​ເຖິງ​ຄວາມ​ເຫັນ​ຂອງປະ​ຊາ​ຊົນ​​ປະ​ເທດ​ພວມ​ພັດ​ທະ​ນາ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ສິດ​ທິ​ມະ​ນຸດ​ສົມ​ບູນກວ່າ​ເກົ່າ, ບັນ​ລຸ​ໃຫ້​ມວນ​ມະ​ນຸດ​ພັດ​ທະ​ນາ​ຮ່ວມ​ກັນ.
 
ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ໂດຍຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ຕະ​ຫຼອດ​ມາ, ຖື​ຄວາມ​ປາດ​ຖະ​ໜາ​ຕໍ່​ຊີ​ວິດ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ຕົນ, ຍົກ​ສູງ​ລະ​ດັບ​​ການເຄົາ​ລົບ​ນັບ​ຖື​ແລະ​ຮັບ​ປະ​ກັນ​ສິດ​ພື້ນ​ຖານ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ຫາ​ກໍ່ສຳ​ເລັດ​ໄດ້​​ຍົກ​ໃຫ້​ເຫັນແຜນ​ການ​ພັດ​ທະ​ນາ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ, ຈ​ຊຸກ​ຍູ້​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​​ໃຫ້ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ສ້າງ​ສ່ວນ​ປະ​ກອບ​ໃໝ່​ໃຫຍ່ກວ່າ​ເກົ່າ​ໃຫ້​ແກ່​ພາ​ລະ​ກິດ​​ເພື່ອ​ຄວາມກ້າວ​ໜ້າ​ຂອງມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ