ຈີນ​ຕ້ອນຮັບ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-12-07 10:55:44  cri 
ຕາມ​ຂ່າວCRI: ວັນ​ທີ 6 ທັນວາ​ນີ້, ທ່ານ​ເກີງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ມໍ່ໆ​ມານີ້, ຫຼັງ​ວົງ​ການ​ຕ່າງໆ​ຂອງ​​ຍີ່ປຸ່ນ​​ໄດ້​ສະ​ແດງ​ເຈດ​ຈຳນົງ​ສູງ​ໃນ​ການ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລ້ວ, ຈີນກໍ​ຍິນ​ດີ​ຮ່ວມ​ກັບ​ຍີ່ປຸ່ນ ​ແລະ​ບັນດາ​ຝ່າຍ​ສຸມ​ໃສ່​ຄົ້ນຄວ້າ ​ແລະ​​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບົນ​ຫຼັກການ​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ ​ແລະ​ຊົມ​ໃຊ້​ຮ່ວມ​ກັນ.

ຫຼັງກອງ​ປະຊຸມ​​ຫາລືລະ​ຫວ່າງ​ນັກ​ທຸລະ​ກິດ ​ແລະ​​ອະດີດເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຈີ​ນ-ຍີ່ປຸ່ນເທື່ອ​ທີ 3 ​ກໍໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຕ້ອງ​ຊຸກຍູ້​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ​ຮຽກຮ້ອງ​ການຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​​ໃນ​ມື້​ດຽວ​ກັນ, ທ່ານ​ເກີ​ງສວງກໍ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼ​ງຂ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ​ຂໍ້​ລິ​ເລີ່​ມ​ເປີດ, ຈາກ​ນີ້, ປະ​ເທດ​ຕົນຍິນ​ດີຕ້ອນຮັບ​ບັນດາ​ປະ​ເທດ​ທີ່ມີ​ອຸດົມ​ການ​ຮ່ວມ​ເຂົ້າ​ຮ່ວມສະ​ເໝີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ