ປີ 2017 ມຽນມາ​ຫຼຸດ​ເນື້ອ​ທີ່​ປູກ​ຝິ່ນ​ໄດ້ 25%
2017-12-07 14:15:50  cri 
ວັນ​ທີ 6 ທັນວາ​ນີ້, ຄະນະ​ກຳມະການ​ສູນ​ກາງຄວບ​ຄຸມ​ຢາ​ເສບ​ຕິດ​ມຽນມາ ​ແລະ​ຫ້ອງການ​ວຽກ​ງານ​ຢາ​ເສບ​ຕິ​ດ ​ແລະອາ​ຊະ​ຍາ​ກຳ​ຂອງອົງການ​ສະຫະ​ປະຊາ​ຊາດ​ໄດ້​​ເປີດ​ເຜີຍ​ຢູ່​ນະຄອນຫຼວງ​ເນ​ປີ​ດໍວ່າ: ປີ 2017 ​ມຽນມາ​ມີເນື້ອ​ທີ່​ປູກ​​ຝິ່ນ​ເຖິງ 41 ພັນ​ເຮັກຕາ​ເມື່ອ​ທຽບ​ໃສ່​ປີ 2015 ຫຼຸ​ດລົງ 25%.

ທ່ານ ດອກ​ລະສ ຜູ້ຕາງໜ້າ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ປາຊີ​ຟິກຂຶ້ນ​ກັບ​ຫ້ອງການ​ວຽກ​ງານ​ຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳ​ຂອງ​ອົງການ​ສປຊກ່າວ​ວ່າ: ຫ້ອງ​ການ​ຕົນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ມຽນມາ​ຫຼຸດ​​ອອກ​ຈາກ​ການ​ປູກຝິ່ນ ​ແລະ​ຫາ​ຊ່ອງ​ທາງ​ປູກ​ພືດເສດຖະກິດ​ທົດແທນຢ່າງຍືນ​ຍົງ.

ທ່ານກຽວ ທິນ ສ​ເວ ລັດຖະມົນຕີກະຊວງ​ພາຍ​ໃນ​ມຽນມາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຈະ​ປະຕິບັດ​ມາ​ດຕະການ​ຢ່າງ​ມີ​ປະສິດ​ທິຜົນຕ້ານການຜະລິດຢາຝິ່ນ, ເຮໂລອິນ ​ແລະ​ອື່ນໆ ​ແລະ​ຮັບ​ມື​ກັບ​ບັນຫາ​ຢາ​ເສບ​ຕິດ​ຮ່ວມ​ກັບ​ຫ້ອງການ​ດັ່ງກ່າວ ​ແລະ​ບັນດາ​ປະ​ເທດອ້ອມ​ຂ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ