ເສດຖະກິດດີ​ຈີ​ຕອນ​ປະກອບສ່ວນສ້າງGDPອິນ​ໂດ​ເນ​ເຊຍ​ລື່ນ 7,3%
2017-12-07 15:58:25  cri 
​ທ່ານ​ສີ ມູນ​ຍານີ ລັດຖະມົນຕີ​ກະຊວງ​ການ​ເງິນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ປັດຈຸ​ບັນ, ​ເສດຖະກິດ​ດີ​ຈີ​ຕອນ​ປະ​ເທດ​ຕົນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ​ເຊິ່ງ​ໄດ້​ປະກອບ​ສ່ວນໃນການ​ຂະຫຍາຍຕົວ​ຂອງGDP​ຫຼາຍ​ກວ່າ 7,3%.

​ແນວ​ໃດ​ກໍ​ດີ, ທ່ານ​ຄາດ​ວ່າ: ​ເນື່ອງ​ຈາກ​ຊາວ​ໜຸ່ມ ​ແລະ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ການຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ຈະ​ສົດ​ໃສ. ຂະນະ​ທີ່​ຜ່ານ​ມາ, ການ​ຄ້າ​​ເອ​ເລັກ​ໂຕຣ​ນິກ ​ແລະ​ເສດ​ຖະກິດດີ​ຈີ​ຕອນ​​ໄດ້ປະກອບສ່ວນ​ສ້າງ​ລວມຍອດ​ຜະລິດຕະພັນ​ພາຍ​ໃນ ຫຼື GDP ບໍ່​ຫຼາຍ​ປານ​ໃດ, ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກກວມ​ເອົາ​ມູນ​ຄ່າ​ທັງ​ໝົດພຽງ​ແຕ່ 2% ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ