ປິດກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2017-12-07 11:20:48  cri 
ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ວາງ​ແຜນ​ສິ່ງ​ແວດ​ລ້ອມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່ນະ​ຄອນຫຼວງ​ເນ​ໂຣ​ບີ​ປະ​ເທດ​ເກນ​ຢາ​ເປັນ​ເວ​ລາ 3 ວັນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 6 ທັນ​ວາ​ນີ້ ໂດຍ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ສານ​ງານ​ຢ່າງ​ກວ້າງ​ຂວາງ​ແລະ​ທັນ​ການ ເພື່ອ​ປ້ອງ​ກັນ​ມົນ​ລະ​ພິດ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາສຸ​ຂະ​ພາບ ແລະ ​ສິ່ງ​ແວດ​ລ້ອມ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ສະ​ບັບ​ທຳ​ອິດ​ຂອງກອງ​ປະ​ຊຸມ ໂດຍ​ລະ​ບຸ​ວ່າ, ບັນ​ດາ​ປະ​ເທດ​ຈະ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ມົນ​ລະ​ພິດ​ທາງ​ອາ​ກາດ, ດິນ ແລະ​ນ້ຳ ເຊິ່ງ​ມົນ​ລະ​ພິດ​ດັ່ງ​ກ່າວ​ໄດ້​ກະ​ທົບ​​ເຖິງ​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ລະ​ບົບ​ນິ​ເວດ ແລະ ການ​ພັດ​ທະ​ນາ​​ເສດ​ຖະ​ກິດ.

ກອງ​ປະ​ຊຸມ​ຍັງ​ໄດ້​ຜ່ານ​ມະ​ຕິ​ທີ່​ບໍ່​ຜູກ​ມັດ ແລະ 3 ຂໍ້​ຕົກ​ລົງ ໃນ​ການ​ຮັບ​ມື​​ບັນ​ຫາ​ຂີ້​ເຫຍື້ອ​ທະ​ເລ, ຢາງ​ປ​ຣາ​ສ​ຕິກ, ປ້ອງ​ກັນ​ແລະ​ຄວບ​ຄຸມ​ມົນ​ລະ​ພິດ​ທາງ​ອາ​ກາດ, ​ບັນ​ຫາ​ມົນ​ລະ​ພິດ​ຊືນ​​ຈາກ​ສີນ້ຳ​ມັນ​ທາເຮືອນ ແລະ ຖ່ານ​ໄຟ, ປ້ອງ​ກັນ​ມົນ​ລະ​ພິດ​ຕໍ່ລະ​ບົບ​ນິ​ເວດ​ນ້ຳ ແລະ​ ຕໍ່​ຕ້ານ​​ມົນ​ລະ​ພິດ​ທາງ​ດິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ