ຜູ້​ກໍ່​ເຫດ​ລະ​ເບີດ​ໂຮງ​ໝໍ​ບາງກອກ​ປະ​ເທດ​ໄທ​ຖືກ​ຕັ​ດ​ສິນ​ຈຳ​ຄຸກ 27 ປີ
2017-12-08 11:35:04  cri 
ສື່ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 7 ທັນ​ວາ​ນີ້​ວ່າ: ​ຊາຍ​ທີ່​ກໍ່​ເຫດ​ລະ​ເບີດ​​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໃນ​ບາງກອກ​ເມື່ອເດືອນ​ພຶດ​ສະ​ພາ​ປີ​ນີ້ ໄດ້​ຖືກ​ສານ​ຕັດ​ສິນ​ຈຳ​ຄຸກ 27 ປີ​ໃນ​ວັນ​ທີ 6 ທັນ​ວາ​ນີ້.

ທັງ​ນີ້​ເມື່ອ​ວັນ​ທີ 22 ພຶດ​ສະ​ພາ​ຜ່ານ​ມາ, ໂຮງ​ໝໍ​ແຫ່ງ​ໜຶ່ງໃນໃຈ​ກາງ​ນະ​ຄອນ​ຫຼວງ​ບາງກອກໄດ້​ເກີດ​ເຫດ​ການ​ລະ​ເບີດ ສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ບາດ​ເຈັບ 21 ຄົນ ແລະ​ທົ່ວ​ສັງ​ຄົມ​ເກີດ​ຄວາມ​ວິ​ຕົກ​ເປັນ​ຢ່າ​ງ​ຍິ່ງ. ຫຼັງ​ຈາກ​ສືບ​ສວນ​ຢ່າງ​ລະ​ອຽດ​ແລ້ວ ຈຶ່ງ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຜູ້​ໜຶ່ງ​ທີ່​ວາງ​ລູກ​ລະ​ເບີດ ໂດຍ​ຜູ້​ກ່ຽວ​ເປັນ​ຊ່າງ​ໄຟ​ຟ້າ​ບຳ​ນານ ອາ​ຍຸ 62 ປີ ແລະ​ໄດ້​ພົບ​ເຄື່ອງ​ປະ​ກອບ​ລູກ​ລະ​ເບີດ​ຢູ່​ເຮືອນ​ຂອງ​ຜູ້​ກ່ຽວ.

ຫຼັງການ​ສືບ​ສວນ-ສອບ​ສວນ​, ຜູ້​ຕ້ອງ​ສົງ​ໄສ​ໄດ້​ຮັບສາ​ລະ​ພາບ​ວ່າ​ຕົນ​ເປັນ​ຜູ້​ຜະ​ລິດ​ລະ​ເບີດ​ແລະ​ວາງ​ລະ​ເບີດ​ຢູ່​ໂຮງ​ໝໍ ເພື່ອ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ