ຊາວປາ​ແລັດ​ສະຕິ​ນ​ປະ​ທ້ວງ​ອາ​ເມ​ລິ​ກາ​ທີ່ຮັບ​ຮອງ​ເຢລູຊາແລ​ມ​ເປັນ​ນະຄອນຫຼວງ​ອິສຣາ​ແອນ
2017-12-08 14:47:11  cri 
ວັນ​ທີ 7 ທັນວາ​ນີ້, ປະຊາຊົນ​ປາ​ແລັດ​ສະຕິ​ນ​​ໄດ້ເດີນທາງ​​ໄປ​ເຢລູຊາ​ແລມ​ຕາ​ເວັນ​ອອກ, ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຊອກ​ດາ​ນີ ​ແລະ​ເຂດ​ກາຊາ ​ເພື່ອ​​ປະ​ທ້ວງ​ທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ໄດ້ຮັບຮອງ​ເຢລູຊາ​ແລມ​ເປັນ​ນະຄອນຫຼວງ​ອິສຣາ​ແອນໃນ​ວັນ​ທີ 6 ທັນວາ​ນີ້.

ຢູ່​ເມື​ອງ​ເກົ່າ​​ເຢລູຊາ​ແລມ, ຮ້ານ​ຄ້າ​ຂອງຊາວປາ​ແລັດ​ສະຕິ​ນ​​ລ້ວນ​ແຕ່​ຢຸດ​ຄ້າຂາຍ, ຂະນະ​ທີ່​ທະຫານອິສຣາ​ແອນ​ອອກ​ລາດຕະ​ເວນ ​ແລະ​ຄວບ​ຄຸມ​ພື້ນ​ທີ່​ນັ້ນ​ກຊ​ໄດ້​ກ່າວ​ວ່າ​ມີ​ຊາວ​ປ​າ​ແລັດ​ສະຕິ​ນ​ຫຼາຍ​ຮ້ອຍຄົນ​ໂຮມກັນ​ຢູ່ປະຕູດາ​ມາສກັດ ​ແລະ​ຮ້ອງ​ຄຳ​ຂວັນວ່າ "ປາ​ແລັດ​ສະຕິ​ນໝັ້ນຍືນ".

ວັນ​ທີ 7 ທັນວາ​ນີ້, ທ່ານ​ອິສ​ເມ​ວ ຮາ​ເນ​ຢາ ຫົວໜ້າ​ຂະ​ບວນການຕໍ່ຕ້ານ​ຂອງ​ອິສລາມ​ປາ​ແລັດ​ສະຕິ​ນກ່າວ​ວ່າ: ວັນ​ທີ 8 ທັນວາ​ນີ້ຈະ​ເປັນ​ມື້​ເລີ່​ມຕົ້ນ​ຂອງການ​ລຸກ​ຮື​ຕໍ່​ສູ້ ​ເຊິ່ງຕົນ​ໄດ້ຕັ້ງ​ຊື່​ວ່າ ການ​ລຸກ​ຮື​ຕໍ່​ສູ້​ຂະໜາດ​ໃຫຍ່ ​ເພື່ອ​ອິດ​ສະລະ​ພາບ​ຂອງ​ເຢລູຊາ​ແລມ ​ແລະ​ຝັ່ງຕາ​ເວັນ​ຕົກ​ແມ່ນ້ຳຊອກ​ດາ​ນີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ