ຊຸກຍູ້​ການ​ສົ່ງ​ເສີມພາລະ​ກິດ​ສິດທິມະນຸດ​ທົ່ວ​ໂລກ​ຢ່າງ​ແຂງ​ແຮງ ​ແລະ​ປະກອບສ່ວນສ້າງ​ຄວາມ​ພັດທະນາ ​ແລະ​ກຽດ​ສັກ​ສີ​ຂອງ​​ມວນ​ມະນຸດ
2017-12-08 16:03:53  cri 
​ໃນ​ໂອກາດທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​​ເວທີ​ປຶກສາ​ສິດທິ​ມະນຸດ​ໃຕ້-​ໃຕ້ຄັ້ງ​ທຳ​ອິດ​ຢູ່​ປັກ​ກິ່ງ ​​ໃນ​ວັນ​ທີ 7ທັນວາ​ນີ້, ທ່ານ​ໄດ້ກ່າວ​ປາ​ໄສ​ວ່າ: ປະ​ເທດ​ທີ່​ກຳລັງ​ພັດທະນາ​​ເປັນ​ກຳລັງ​ສຳຄັນ​ໃນ​ການ​ຊຸກ​ຍູ້​ກາ​ນສົ່ງ​ເສີມ​ຄວາມ​ກ້າວໜ້າ​ດ້ານສິດ​ທິມະ​ນຸດຕ້ອງ​​ໄດ້ກຳ​ແໜ້ນ​ສະຖານະ​ການຫຼັກ​ຂອງ​ໂລກ, ກ້າວຕາມ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​​ໄໝ, ສົ່ງ​ເສີມ​ການ​ສ້າງສາຍ​ພົວພັນ​ສາກົນ​​ແບບ​ໃໝ່​ຄື​ເຄົາລົບ​ເຊິ່ງກັນ ​ແລະ​ກັນ, ຍຸຕິ​ທຳ ​ແລະ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສົ່ງ​ເສີມ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາ​ກຳ​ມວນ​ມະນຸດ ​ແລະ​ພະຍາຍາມ​ເພື່ອ​ບັນລຸ​ຄວາມ​ກ້າວໜ້າ​ທາງ​ສັງຄົມ, ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ​​ເສລີພາບຂຶ້ນ​ພື້ນຖານ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ທ່ານ​ກ່າວ​ຕື່ມວ່າ: ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ຕ້ອງ​ໄດ້​ປະຕິບັດ 4 ດ້ານ​ຄື ໜຶ່ງ, ຍຶດໝັ້ນ​ສົ່ງ​ເສີມ​ສິດ​ທິມະນຸດ​ໂດຍ​ສັນຕິ; ສອງ, ຍຶດໝັ້ນ​ສົ່ງ​ເສີມ​ສິດທິ​ມະນຸດ​ດ້ວຍການ​ພັດທະນາ; ສາມ, ຍຶດໝັ້ນ​ສົ່ງ​ເສີມ​ສິດທິ​ມະນຸດ​​ດ້ວຍ​ການ​ຮ່ວມ​ມື; ສີ່, ຍຶດໝັ້ນ​ສົ່ງ​ເສີມ​ສິດ​ທິມະນຸດ​ດ້ວຍ​ຄວາມ​ຍຸດຕິ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ