CRI ຈະ​ຖ່າຍ​ທອດ​ສົດ​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ​ທາງ​ອິນ​ເຕີ​ເນັດ
2017-12-08 16:40:55  cri 
    ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ 2017 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຈິ້ງ​ໂຈ່ວ​ເທດ​ສະ​ບານ​ແຂວງເຮີ​ນານ ສ​ປ ຈີນ​ໃນ​ວັນ​ທີ 8 ທັນ​ວາ​ນີ້ ໂດຍ​ການ​ເປັນ​ເຈົ້າ​ພາບ​ຮ່ວມ​ຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຈິ້ງ​ໂຈ່ວ ແລະ​ມີນັກ​ຮ້ອງ 13 ຄົນ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ຈະຂຶ້ນ​ເວ​ທີ​ຮ້ອງ​ເພງ​ຮ່ວມ​ກັນ.

     ທ່ານ​ມັກ​ດາ​ລາ​ບໍ່? ມັກ​ດົນ​ຕີ​ບໍ່? ຢ່າ​ພາດ​ໂອ​ກາດດີໆ​​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ 2017 ທີ່ພ້ອມ​ຈະຖ່າຍ​ທອດ​ສົດ​ໃຫ້​ທ່ານ​ໄດ້​ຊົມ​ຢ່າງ​ສົມ​ໃຈ​. ດາ​ລາ​ນັກ​ຮ້ອງ​ຈາກ 10 ປະ​ເທດ​ອາ​ຊຽນ ຈະ​ນຳ​ເອົາ​ຜົນ​ງານ​ເພງ​ໃໝ່​ອ່ຽມ​ທັງ​ໝົດ​ທີ່ Made in ASEAN ມາ​ສູ່​ທ່ານ​​ຜູ້ຟັງ ທັງ​ຮ່ວມ​ກັບ​ນັກ​ຮ້ອງ​ຈີນ ຮ້ອງ​ເພງ​ຈີນ​ທີ່​ມ່ວນ​ທີ່​ສຸດ​ດ້ວຍ. ຢູ່​ທີ່ນີ້ ມີ​ຄວາມ​ມ່ວນ​ຊື່ນ, ມີ​ຄວາມ​ຮັ​ກ​ແພງ, ມີ​ຄວາມ​ສົດ​ໃສ ທັງ​ມີ​ຄວາມ​ອ່ອນ​ໂຍນ ທີ່​ຕອບ​ສະ​ໜອງຄວາມ​ມັກ​ທຸກ​ປະ​ການຕໍ່​​ຫົວ​ໃຈດົນ​ຕີ​ຂອງ​ທ່ານ. ນອກນີ້, ທ່ານ​ຍັງ​ສາ​ມາດ​ຮັບ​ຊົມ​ການ​ຖ່າຍ​ທອດ​ສົດ​ຂອງ​ພວກ​ເຮົາ​ໄດ້​​ທາງ APP 'China TV' ແລະ ໂທ​ລະ​ພາບ​ອິນ​ເຕີ​ເນັດ CIBN.

    ຢ່າ​ລືມ ຕິດ​ຕາມ​ການ​ຖ່າຍ​ສົດ​ໄດ້​ທາງ page Facebook CRI-FM93 ເລີ່ມ​ແຕ່​ເວ​ລາ 18:30 ໂມງ​ເປັນ​ຕົ້ນ​ໄປ​ (ເວ​ລາ​ລາວ).
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ