ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ທີ່​ຮັບ​ຮອງ​ເຢ​ລູ​ຊາແລມ​ເປັນ​ນະ​ຄອນຫຼວງ​ອິດ​ສະ​ຣາ​ແອນ
2017-12-08 16:45:52  cri 
    ພາຍຫຼັງ​ອາ​ເມ​ລິ​ກາ​ປະ​ກາດ ຮັບ​ຮອງ​ເຢ​ລູ​ຊາແລມ​ເປັນ​ນະ​ຄອນຫຼວງ​ອິດ​ສະ​ຣາ​ແອນ ແລະ ຈະ​ເລີ່ມ​ຍ້າຍ​ສະ​ຖານ​ທູດ​ປະ​ເທດ​ຕົນ​ປະ​ຈຳ​ອິດ​ສະຣາ​ແອນ​ຈາກ​​ເຕັນ​ອາ​ວິບ​ໄປ​ເຢ​ລູ​ຊາແລມ​ໃນ​ວັນ​ທີ 6 ທັນ​ວານີ້​ ໄດ້​ເຮັດ​ໃຫ້ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຊັ່ນ ສະ​ຫະ​ປະ​ຊາ​ຊາດ ແລະ ປະ​ເທດ​ຕ່າງໆ ເຊັ່ນ​ເອ​ຢິບ, ອັງ​ກິດ ແລະ​ອື່ນໆ ໄດ້​ທະ​ຍອຍ​ກັນ​ອອກ​ມາຄັດ​ຄ້ານ ໂດຍ​ເຫັນ​ວ່າ ​ມັນ​ຈະ​ທຳ​ລາ​ຍ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

    ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເລັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ, ຕົນ​ຄັດ​ຄ້າດທຸກ​​ມາດ​ຕະ​ການ​ຝ່າຍ​ດຽວ​ທີ່​ອາດ​ຈະ​ທຳ​ລາຍ​ອະ​ນາ​ຄົດແຫ່ງ​ສັນ​ຕິ​ພາບ​ຂອງ​ປາ​ແລັ​ສ​ຕີນ-ອິດ​ສະຣາ​ແອນຢ່າງ​ເປີດ​ເຜີຍ​ຕະຫຼອດ​ມາ. ສ່ວນ​ບັນ​ຫາ​ຖາ​ນະ​ຂອງ​ເຢ​ລູ​ຊາແລມ ຕ້ອງ​ໃຫ້​​ປາ​ແລັ​ສ​ຕີນ-ອິດ​ສະ​ຣາ​ແອນ​ແກ້​ໄຂ​ດ້ວຍ​ການ​ເຈ​ລະ​ຈາ​ໂດຍ​ກົງ​ອີງ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ມັດ​ຊາ​ໃຫຍ່​ບົນ​ພື້ນ​ຖານ​ພິ​ຈາ​ລະ​ນາ​ເຖິງ​​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ທີ່​ສອງ​ຝ່າຍ​ສົນ​ໃຈ. ນອກ​ຈາກ "ແຜນ​ການ​ສ້າງ​ເປັນ​ສອງ​ປະ​ເທດ" ແລ້ວ, ຈະ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ​ອີກ.

    ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຝ​ຣັ່ງ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​ຈະ​ໄຂ​ກອງ​ປະ​ຊຸມ​ສຸກ​ເສີນ​ກ່ຽວ​ກັບ​ເລື່ອງນີ້​ໃນ​ວັນ​ທີ 8 ທັນ​ວານີ້ ຫຼັງ​ການ​ຮຽກ​ຮ້ອງ​ຂອງ 8 ປະ​ເທດ ເຊັ່ນ: ຝ​ຣັ່ງ, ອັງ​ກິດ, ເອ​ຢິບ ແລະ​ອື່ນໆ.

    ທ່ານ​ນາງ ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ ຖະ​ແຫຼງວ່າ, ອັງ​ກິດ​ບໍ່​ເຫັນ​ດີ​​ຕໍ່ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ ແລ​ະ ເຫັນ​ວ່າ ການ​ຕົກ​ລົງ​ນີ້ ບໍ່​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ.​ ປັດ​ຈຸ​ບັນ, ສະ​ຖານ​ທູດ​ອັງ​ກິດ​ປະ​ຈຳ​ອິດ​ສະ​ຣາ​ແອນ ໄດ້​ຕັ້ງ​ຢູ່​ເຕັນ​ອາ​ວິບ ແລະ​ກໍ​ບໍ່​ມີ​ແຜນ​ການ​ທີ່​ຈະ​ຍ້າຍ​ສະ​ຖານ​ທູດ. ທ່ານ​ນາງ ເທ​ເຣ​ຊາ ເມ ຍັງ​ໄດ້​ກ່າວ​ຢ້ຳ​ເຖິງຫຼັກ​ໝັ້ນ​ຂອງ​ອັງ​ກິດ​ກ່ຽວ​ກັບ​ບັນ​ຫາ​ຖາ​ນະ​ເຢ​ລູ​ຊາ​ແລມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ