ຮອດ​ປີ 2020 ຈີນ​ຈະສຳ​ເລັດການ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ສີ​ຂຽວ
2017-12-08 16:48:13  cri 
    ຫວ່າງມໍ່ໆ​ນີ້, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈີນ ໄດ້​ອອກ "ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ສີ​​ຂຽວ​ຢ່າງ​ຮອບ​ດ້ານ" ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ, ຮອດ​ປີ 2020 ຈະ ​ສຳ​ເລັດ​ການສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ສີ​ຂຽວ​ທີ່​ມີ​ອົງ​ປະ​ກອບ​ຕາມຫຼັກ​ວິ​ທະ​ຍາ​ສາດ, ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ, ໃຊ້​ພະ​ລັງ​ງານ​ສະ​ອາດ​ທີ່​ລະ​ບາຍ​ກາກບອນ​ຕ່ຳ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ; ​ຂະ​ນ​ະ​ທີ່ຮອດ​ປີ 2035 ຈະ​ເຮັດ​ໃຫ້​​ເກີດ​ສະ​ພາບ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ທົນ​ທານ​ຂອງ​ຊັບ​ພະ​ຍາ​ກອນ​ແລະ​ສິ່ງ​ແວດ​ລ້ອມ ແລະ​ປະ​ສົມ​ປະ​ສານ​ກັບ​ການ​ຜະ​ລິດ, ການ​ດຳ​ລົງ​ຊີ​ວິດ ແລະ​ນິ​ເວດ​ຢ່າງ​ກົມ​ກຽວ​ກັນ, ເຮັດ​ໃຫ້​ຄົມ​ມະ​ນາ​ຄົມ​ສີ​ຂຽວ ສອດ​ຄ່ອງ​ກັບ​ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ຄົມ​ມະ​ນາ​ຄົມ​ໂດຍ​ລວມ ແລະ​ສະ​ໜັບ​ສະ​​ໜູນ​ຢ່າງ​ເປັນ​ຮູບ​ປະ​ທຳ​ຕໍ່ການ​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ຊາດ​ດີ​ຂຶ້ນ​ໂດຍ​ພື້ນ​ຖານ ແລະ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ