ສີ​ມື​ຖັກ​ແສ່ວ​ເຜົ່າ​ດົ້ງ
2017-12-08 16:54:43  cri 

ວັນ​ທີ 7 ທັນ​ວານີ້ ຢູ່​ຫໍ​ພິ​ພິ​ທະ​ພັນ​​ຖັກ​ແສ່ວ​ເຜົ່າ​ດົ້ງ​ຊ່ານ​ຈ່ຽງ, ແມ່​ຕູ້​ຊິນ​ໜາຍ​ຊື​ຊິ່ງ (​ຜູ້​ຢູ່​ກາງ), ນາງ ຢາງ​ທຽນ (​ຜູ້​ຢູ່ເບື້ອງ​ຊ້າຍ) ຜູ້​ສືບ​ທອດ​ສີ​ມື​ຖັກ​ແສ່ວ​ເຜົ່າ​ດົ້ງ ກຳ​ລັງ​ສອນ​ວິ​ຊານີ້​ໃຫ້​ນາງ ຊິນ​ເຢ້​ຟົ້ງ. ການ​ຖັກ​ແສ່ວ​ເຜົ່າ​ດົ້ງ ແມ່ນ​ສິ​ລະ​ປະ​ຫັດ​ຖະ​ກຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເຜົ່າ​ດົ້ງ ເຊິ່ງມີ​ປະ​ຫວັດ​ສາດ​​ມາ​ຢ່າງຍາວ​ນານ ແລະ​ໄດ້ຈັດ​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ແມ່ນ​ວັດ​ຖຸ​ຂອງເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້​ວງກວາງ​ຊີ.
ຂ່າວ​ແຈ້ງວ່າ, ປັດ​ຈຸ​ບັນ, ຢູ່​ຕາ​ແສງ​ທົງ​ເລີ້ ໄດ້​ອົບ​ຮົມ​​ການ​ຖັກ​ແສ່ວ​ໃຫ້​ຍິງ​ໜຸ່ມ 500 ກວ່າ​ຄົນ ແລະ​ເລີ່ມ​ແຕ່​ເດືອນ​ມັງ​ກອນ​ມາ​ຮອດ​ປັດ​ຈຸ​ບັນ ໄດ້​ບັນ​ລຸ​ມູນ​ຄ່າ​ການ​​ຂາຍ​ແລ້ວ 5 ລ້ານກວ່າ​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ