ຜູ້​ຕາງ​ໜ້າ​ສື່ມວ​ນ​ຊົນ​ແລະ​ນັກ​ຮ້ອງ​ອາ​ຊຽນ​ມີ​ຄຳ​ເຫັນ​ເປັນ​ຢ່າງ​ດີ​ຕໍ່​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ປີ 2017
2017-12-09 13:27:14  cri 


ຕາມ​ຂ່າວ CRI: ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ປີ 2017 ທີ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ(CRI)ແລະ​ວິ​ທະ​ຍຸ​ປະ​ຊາ​ຊົນ​ເມືອງ​ເຈິ້ງ​ໂຈ່ວ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ເມືອງ​ເຈິ້ງ​ໂຈ່ວ ເທດ​ສະ​ບານ​ແຂວງ​ເຫີ​ໜານ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ທັນ​ວານີ້, ນັກ​ຮ້ອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ຮ້ອງ​ເພງ ສົ່ງ​ສຽງ​ທີ່​ສວຍ​ງາມ​ທີ່​ສຸດ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ພາກ​ພື້ນ​ໃນ​ຍຸກ​ໃໝ່, ເຊິ່ງ​ກິດ​ຈະ​ກຳ​ຄັ້ງ​ນີ້​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບ​ງານ. ຫຼັງ​ຈາກ​ການ​ສະ​ແດງ​ແລ້ວ, ຜູ້​ຕາງ​ໜ້າ​ສື່ມວ​ນ​ຊົນ ແລະ​ນັກ​ຮ້ອ​ງ​ອາ​ຊຽນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍ​ກ່າວ​ວ່າ ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ໜີ​ເປັນ​ເວ​ທີ​ທີ່​ດີ​ເພື່ອ​ໃຫ້ 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ​ແລກ​ປ່ຽນ​ກັນ, ອັນ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດ​ຕະ​ພາບ​ຕໍ່​ກັນ, ແລະ​ຫວັງ​ວ່າ​ກິດ​ຈະ​ກຳ​ຮ້ອງ​ເພງ​ທີ່​ມີ​ຄວາມ​ໝາຍນີ້​ຈະ​ໄດ້​ສືບ​ຕໍ່​ຈັດ​ຂຶ້ນ​ໃນ​ຕໍ່​ໜ້ານີ້.

ທ່ານ​ສຸ​ລາ​ເພັດ ແກ້ວ​ວຽງ​ຄຳ ອຳ​ນວຍ​ການ​ໂທ​ລະ​ພາບ​ລາວ​ສ​ຕາ​ກ່າວ​ວ່າ, ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ເປັນ​ກິດ​ຈະ​ກຳ​ທີ່​ດີ​ຫຼາຍ. ທ່ານສະ​ເໜີ​ໃຫ້​ສື່ມວນ​ຊົນ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້​ຈົ່ງ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ແລະ​ນຳ​ໃຊ້​ເຕັກ​ນິກ​ສື່​ສານ​ໃໝ່ ເພື່ອ​ໃຫ້​ຜູ້​ຊົມ​ອັນ​ໄພ​ສານ​ຂອງ​ 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ​ຈະ​ໄດ້​ຊົມ​ງານ​ຮ້ອງ​ເພງ​ອັນ​ອາ​ລັງ​ການີ້​ເປັນ​ຢ່າງ​ດີ ເພື່ອ​ໃຫ້​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງກວ້າງ​ຂວາງກວ່າ​ເກົ່າ.

ທ່ານ​ນາງວິ​ໄລ​ລັກ ຮຸ່ງ​ສະ​ໄໝ ຜູ້​ຕາງ​ໜ້າ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ໄທ​ຮູ້​ສຶກ​ມີ​ກຽດ​ທີ່​ສຸດ​ທີ່​ໄດ້​ມາ​ຮ່ວມ​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ສາມ​ຄັ້ງ​ຜ່ານ​ມາ, ທ່ານ​ເວົ້າ​ວ່າ, ນີ້​ຈະ​ເປັນ​ໂອ​ກາດ​ຮຽນ​ທີ່​ດີ​ທີ່​ສຸດ ເຊິ່ງ​ສື່ມວນ​ຊົນ​ຈີນ​ແລະ 10 ປະ​ເທ​ດ​ອາ​ຊຽນ​ແມ່ນ​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ໄກ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື. ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ໄທ ກໍ່​ຄື​ສື່ມວນ​ຊົນ​ຍິນ​ດີ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮ່ວມ​ມື​ແບບນີ້.

ນາງ​ຊີ​ລາ ນັກ​ຮ້ອງ​ມາ​ເລ​ເຊ​ເຍ​ຮູ້​ດີ​ທີ່​ໄດ້​ຮ່ວມ​ຮ້ອງ​ເພງ​ນຳ​ກັນ​ກັບ​ນັກ​ຮ້ອງ​ຜູ້​ດີ​ເດັ່ນ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ, ແລະ​ໄດ້​ພົບ​ກັບ​ແຟນ​ເພງ​ຂອງ​ຕົນ​ຢູ່​ເມືອງ​ເຈິ້ງ​ໂຈວ, ທັງ​ໄດ້​ຜູກ​ພັນ​ມິດ​ຕະ​ພາບ​ກັບ​ເພື່ອນ​ໃໝ່. ນາງ​ເຫັນ​ວ່າ​ກິດ​ຈະ​ກຳ​ຄັ້ງ​ມ​ມີ​ຄວາມ​ໝາຍ​ຫຼາຍ.
ທ້າວ​ຄຼິ​ສ​ຕິນ ບາ​ດີ​ອຸ​ສ​ຕາ ນັກ​ຮ້ອງ​ຟິ​ລິບ​ປິນ​ຖື​ການ​ເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ຄັ້ງ​ນີ້​ເປັນ​ປະ​ສົບ​ການ​ທີ່​ດີ​ທີ່​ສຸດ​ຄັ້ງ​ໜຶ່ງ, ແລະ​ຮູ້​ສຶກ​ມີ​ກຽດ​ທີ່​ໄດ້​ເຕົ້າ​ໂຮມ​ກັບ​ບັນ​ດາ​ນັກ​ຮ້ອງ​ຜູ້​ດີ​ເດັ່ນ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຢູ່​ທີ່​ເມືອງ​ເຈິ້ງ​ໂຈ່ວ, ຮ່ວມ​ກັນ​ຮ້ອງ​ເພງ​ແຫ່ງ​ມິດ​ຕະ​ພາບ, ຫວັງ​ວ່າ​ຈະ​ໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແບບນີ້​ອີກ.

ທ້າວ​ເພັດ​ເຕີ​ລາ ສີ​ຫົງ​ປິ່ງ ເຫັນ​ວ່າ, ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ເປັນ​ການ​ປະ​ດິດ​ສ້າງ​ທີ່​ດີ.ການຮ້ອງ​ເພງ​ຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດ​ເຮັດ​ໃຫ້​ລາວ​ມີ​ການ​ຮັບ​ຮູ້​ຕໍ່​ຈີນ​ຢ່າງ​ໃໝ່​ອ່ຽມທີ່​ຢູ່​ເໜືອ​ທີ່​ຄາດ​ໄວ້​ຂອງ​ຕົນ​ເອງ, ຫວັງ​ວ່​າ​ຈະ​ມີ​ໂອ​ກາດ​ໄປ​ຈີນ​ເລື້ອຍໆ.

ນາງໂດ​ດີ​ທັນ​ຫວາ ນັກ​ຮ້ອງ​ຫວຍດ​ນາມ​ກ່າວ​ວ່າ, ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ແມ່ນ​ເວ​ທີ​ແຫ່ງ​ໜຶ່ງ​ທີ່​ທີ່​ດີ​ເພື່ອສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​, ຜ່ານ​ຈາກ​ງານ​ຮ້ອງ​ເພງ​ຄັ້ງ​ນີ້, ໄດ້​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຈີນ​ແລະ​ບັ​ນ​ດາ​ປະ​ເທດ​ອາ​ຊຽນ, ຍັງ​ໄດ້​ເພີ່ມ​ພູນ​ມິດ​ຕະ​ພາບ​ຕໍ່​ກັນ. ພ້ອມ​ກັນ​ນັ້ນ ການ​ສະ​ແດງ​ຮ່ວມ​ກັບ​ນັກ​ຮ້ອງ​ຂອງ​ປະ​ເທດ​ຕ່າງໆ​ກໍ່​ແມ່ນ​ໂອ​ກາດ​ຮ່ຳ​ຮຽນ​ຄັ້ງ​ໜຶ່ງທີ່​ເຮັດ​ໃຫ້​ລາວ​ໄດ້​ຮັບ​ຮູ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ, ແລະ​ມີ​ເພື່ອນ​ໃໝ່​ອີກ, ລາວ​ດີ​ໃຈ​ຫຼາຍ ຫວັງ​ວ່າ​ຈະ​ໄດ້​ຮ່ວມ​ກິດ​ຈະ​ກຳ​ແບບນີ້​ຫຼາຍ​ຂຶ້ນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ