ຈັດ​ງານ​ຮ້ອງ​ເພງ​ມິດ​ຕະ​ພາ​ບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ຢູ່​ເມືອງ​ເຈິ້ງ​ໂຈວ
2017-12-09 13:40:14  cri 


(ຈັດ​ງານ​ຮ້ອງ​ເພງ​ມິດ​ຕະ​ພາ​ບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ຢູ່​ເມືອງ​ເຈິ້ງ​ໂຈວ)

ຕາມ​ຂ່າວ CRI: ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ປີ 2017 ທີ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ(CRI)ແລະ​ວິ​ທະ​ຍຸ​ປະ​ຊາ​ຊົນ​ເມືອງ​ເຈິ້ງ​ໂຈ່ວ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ເມືອງ​ເຈິ້ງ​ໂຈ່ວ ເທດ​ສະ​ບານ​ແຂວງ​ເຫີ​ໜານ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ທັນ​ວານີ້. ທ່ານ​ຫວາງ​ເວີນ​ຈຸ້ນ ຮອງ​ອຳ​ນວຍ​ການ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ອ່ານ​ສ້ຽວ​ອີ ຫົວ​ໜ້າ​ສູນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນດ ທ່ານ​ຈ່າງ​ຈຸ່ນ​ເຟິ່ງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ຂອງ​ຄະ​ນະ​ພັກ​ເມືອງ​ເຈິ້ງ​ໂຈ່ວ, ທ່ານ​ເກີ​ຊ້ຽງ​ຢາງ ອຳ​ນວຍ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປະ​ຊາ​ຊົນ​ເມືອງ​ເຈິ້ງ​ໂຈ່ວ,ທ່ານ​ຈູ່​ຊິ່ນ​ອ່ານ ອຳ​ນວຍ​ການ​ສະ​ຖາ​ນີໂທ​ລະ​ພາບ​ເມືອງ​ເຈິ້ງ​ໂຈ່ວພ້ອມ​ກັບ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ເມືອງ​ເຈິ້ງ​ໂຈ່ວ​ໄດ້​ເຂົ້າ​ຊົມ​ງານ​ຮ້ອງ​ເພງ​ດັ່ງ​ກ່າວ.

ຢູ່​ເທິງ​ເວ​ທີ​ສະ​ແດງ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ,​ນັກ​ຮ້ອງຈາກ​ລາວ ຄື ສັກ​ຊິວ ແລະ​ ຈາກ​ປະ​ເທດ​ບຼູ​ໄນ, ​ກຳ​ປູ​ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ມຽນ​ມາ ຟິ​ລິບ​ປິນ ສິງ​ກະ​ໂປ ໄທ ແລະ​ຫວຽດ​ນາມ ພ້ອມ​ກັບ​ນັກ​ຮ້ອງ​ຈີນ​ໄດ້​ຂຶ້ນ​ສູ່​ເວ​ທີ ເພື່ອ​ຮ້ອງ​ເພງ​ສະ​ແດງ​ຄວາມ​ຮັກ​ແພງ​ແລະ​ມິດ​ຕະ​ພາບ​ກັນ.

ຫຼັງ​ຈາກ​ງານ​ຮ້ອງ​ເພງ​ແລ້ວ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເມືອງ​ເຈິ້ງ​ໂຈ່ວ​ໄດ້​ມອບ​ນາມ​ມະ​ຍົດ "ຜູ້​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ເຈິ້ງ​ໂຈວ​ໄປ​ສູ່​ທົ່ວ​ໂລກ" ໃຫ້​ແກ່​ນັກ​ຮ້ອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ດັ່ງ​ກ່າວ.

ເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ຄັ້ງ​ນີ້​ຍັງ​ມີ​ອົງ​ການ​ສື່ມວນ​ຊົນ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄື: ໂທ​ລະ​ພາບ​ລາວ​ສ​ຕາ ວິ​ທະ​ຍຸ​ໂທ​ລະ​ພາບຼູ​ໄນ, ໂທ​ລະ​ພາບ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ໂທ​ລະ​ພາບ​ເມ​ໂຕຼ​ອິນ​ໂນ​ເຊ​ເຍ, ໂທ​ລະ​ພາບ​ສ​ໄກ​ເນັດ​ມຽນ​ມາ, ຄະ​ນະ​ກຳ​ມະ​ກນ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ຟິ​ລິບ​ປິນ, ໂທ​ລະ​ພາບ​ແຫ່ງ​ຊາດ​ຟິ​ລິບ​ປິນ, ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ໄທ​ແລະ​ໂທ​ລະ​ພາບ​ຫວຽດ​ນາມ.

ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຖ່າຍ​ທອດ​ສົດ​ຕໍ່​ງານ​ຮ້ອງ​ເພງ​ຄັ້ງ​ນີ້​ໂດຍ​ຜ່ານ​ໜ້າ​ເພດ໊ເຟ​ສ​ບຸກ​ຂອງພະ​ແນກ​ທັງ 9 ພາ​ສາ​ຂອງ​ສູນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ CRI, ເວັບ CHINA.COM, ໂທ​ລະ​ພາບCIBN ແລະ APP China TV ເຊິ່ງ​ອົງ​ການ​ສື່ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ່​ຈະ​ອອກ​ອາ​ກາດ​ວີ​ດີ​ໂອ​ຂອງ​ງານ​ຮ້ອງ​ເພງ​ຄັ້ງ​ນີ້.

ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ສາ​ກົນ​ທີ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຂຶ້ນ​ໂດຍ​ຮ່ວມ​ມື​ກັບ​ສື່ມວນ​ຊົນ​ຂອງ 10 ປະ​ເທ​ດາອ​າ​ຊຽນ.ຄັ້ງ​ທີ 1 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເມື່ອ​ປີ 2015 ແລະ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ເມືອງ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ເມື່ອ​ປີ 2016. ປີນີ້​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຈິ້ງ​ໂຈ່ວ​ທີ່​ຕັ້ງ​ຢູ່​ພາກ​ກາງ​ຂອງ​ຈີນ ແມ່ນ​ເພື່ອ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ເຜີຍ​ແຜ່​ໄປ​ສູ່​ແດນ​ແຫ່ງ​ສີ​ວິ​ໄລ​ຈີນ​ທີ່​ໜ້າ​ແໜ້ນ​ທີ່​ສຸດ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ພາກ​ກາງ​ຂອງ​ຈີນ​ເຊື່ອມ​ຈອດ​ກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ​ເປີດ​ໜ້າ​ໃໝ່​ແຫ່ງ​ມິດ​ຕະ​ພາບ​ຈີນ-ອາ​ຊຽ​ນ​ໃນ​ຍຸກໃໝ່.

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ