ກ່ຽວກັບເລື່ອງທີ່ຟີລິບປິນເຊັນເອກະສານຮ່ວມມື 7 ສະບັບກັບໄຕ້ຫວັນໃນຫວ່າງມໍ່ໆນີ້ ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 8 ທັນວານີ້ວ່າ: ຝ່າຍຈີນເດັດດ່ຽວຄັດຄ້ານປະເທດທີ່ສ້າງສາຍພົວພັນທາງການທູດກັບຈີນມີການໄປມາຫາສູ່ກັນທາງການດ້ວຍທຸກຮູບ
ແບບຫຼືເຊັນສັນຍາແລະເອກະສານຮ່ວມມືໃດໆທີ່ມີລັກສະນະກ່ຽວພັນເຖິງອະທິປະໄຕກັບໄຕ້ຫວັນ ແລະໄດ້ຕໍ່ວ່າທັກທ້ວງຕໍ່ຟີລິບປິນກ່ຽວກັບເລື່ອງນີ້.
ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດັ່ງກ່າວ, ມີນັກຂ່າວຖາມວ່າ: ວັນທີ 7 ທັນວານີ້, ໄຕ້ຫວັນແລະຟີລິບປິນໄດ້ເຊັນສັນຍາຮ່ວມມື 7 ສະບັບເຊັ່ນ: ສັນຍ່າວ່າດ້ວຍການຄ້ຳປະກັນການລົງທຶນເປັນຕົ້ນ.ຈີນມີຄຳເຫັນແນວໃດຕໍ່ເລື່ອງນີ້?
ທ່ານ ເກີງສວງ ກ່າວວ່າ: "ຈີນບໍ່ຄັດຄ້ານຕໍ່ການດຳເນີນທຸລະກິດການຄ້າແລະໄປມາຫາສູ່ກັນຢ່າງເປັນປົກກະຕິລະຫວ່າງໄຕ້ຫວັນແລະປະເທດທີ່ສ້າງສາຍພົວພັນທາງການທູດກັບຈີນ, ແຕ່ເດັດດ່ຽວຄັດຄ້ານການມີການໄປມາຫາສູ່ກັນທາງການດ້ວຍທຸກຮູບແບບຫຼືເຊັນສັນຍາຫຼືເອກະສານຮ່ວມມືໃດໆທີ່ມີລັກສະນະກ່ຽວພັນເຖິງອະທິປະໄຕກັບໄຕ້ຫວັນ."
ທ່ານ ເກີງສວງ ກ່າວຕື່ມວ່າ: "ພວກເຮົາສະແດງຄວາມເປັນຫ່ວງຢ່າງສູງຕໍ່ການກະທຳລະຫວ່າງຟີລິບປິນ-ໄຕ້ຫວັນດັ່ງກ່າວ. ແລະໄດ້ຕໍ່ວ່າທັກທ້ວງຕໍ່ຟີລິບປິນ ພ້ອມທັງຫວັງວ່າຟີລິບປິນສາມາດປະຕິບັດຕາມຫຼັກການປະເທດຈີນດຽວ,ຫຼີກເວັ້ນບໍ່ໃຫ້ບັນຫາໄຕ້ຫວັນກະທົບແລະທຳລາຍການພົວພັນລະຫວ່າງຈີນ-ຟີລິບປິນ."