ຜູ້​ຕາງ​ໜ້າ​ 5 ປະ​ເທດສະ​ຫະ​ພາບ​ເອີ​ຣົບ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັດ​ຄ້ານ​ຕໍ່​ອາ​ເມ​ລິ​ກາ​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ປະ​ເທດອິ​ສ​ຣາ​ແອນ
2017-12-09 14:54:10  cri 
ວັນ​ທີ 8 ທັນ​ວາ​ນີ້, 4 ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ທັງ​ເປັນ​ປະ​ເທດ​ສະ​ມາ​ຊິກສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄື: ອັງ​ກິດ, ຝ​ຣັ່ງ, ອີ​ຕາ​ລີແລະ​ຊູ​ແອັດ​ຮ່ວມ​ກັບ​ຜູ້​ຕາງ​ໜ້າ​ເຢຍ​ລະ​ມັນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ຄັດ​ຄ້ານ​ຕໍ່​ອາ​ເມ​ລິ​ກາ​ທີ່​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ປະ​ເທດ​ອິ​ສ​ຣາ​ແອນ ແລະ​ເຫັນ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ຂອງຕາ​ເວັນ​ອອກ​ກາງ.

ຜູ້​ຕາງ​ໜ້າ 5 ປະ​ເທດ​​ດັ່ງ​ກ່າວໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ຫຼັງ​​ກອງ​ປະ​ຊຸມ​ສຸກ​ເສີນ​ກ່ຽວ​ກັບ​ບັນ​ຫາ​ເຢ​ລູ​ຊາ​ເລັມ ໂດຍ​ຖະ​ແຫຼງວ່າ: 5 ປະ​ເທດ​ຄັດ​ຄ້ານ​ຕໍ່​ອາ​ເມ​ລິ​ກາ​ທີ່ຮັບ​ຮອງ​​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ປະ​ເທດອິ​ສ​ຣາ​ແອນແລະ​ກຽມ​ຈະ​ຍ້າຍ​ຈຸດ​ທີ່​ຕັ້ງສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ໄປ​ເຢ​ລູ​ຊາ​ເລັມ ເຫັນ​ວ່າ​ການ​ຕົກ​ລົງ​ດັ່ງ​ກ່າວ​ບໍ່​ສອດ​ຄ່ອງ​ກັບ​ຈິດ​ໃຈ​ມະ​ຕິ​ຕົກ​ລົງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ບໍ່​ມີ​ປະ​ໂຫຍດ​ຕໍ່​ສັນ​ຕິ​ພາບ​ແລະ​ອະ​ນາ​ຄົດ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ.

ຖະ​ແຫຼງ​ການ​ຊີ້​ວ່າ: ບັນ​ຫາ​ຖາ​ນະ​ເຢ​ລູ​ຊາ​ເລັມ​ຄວນ​ໃຫ້​ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ແກ້​ໄຂ​ຮ່ວມ​ກັນ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ເວັ້ນ​ແຕ່​ສອງ​ຝ່າຍ​ນີ້​ໄດ້​ເຊັນ​ສັນ​ຍາ​ຕ່າງ​ຫາກ. ຖ້າ​ບໍ່​ດັ່ງ​ນັ້ນ, 5 ປະ​ເທດ​ດັ່ງ​ກ່າວ​ຈະ​ບໍ່​ຮັບ​ຮອງ​ການ​ປ່ຽນ​ແປງ​ໃດໆ​ຕໍ່​ເຂດ​ຊາຍ​ແດນ​ກ່ອນ​ປີ 1967.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ