ກອງ​ປະ​ຊຸມ "ໂຄງ​ການ​ຈີນ" ​ກ່ຽວ​ກັບ​ການ​ຊຸກ​ຍູ້​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ເຂົ້າ​ຮ່ວມ​ WTO ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ອັກ​ຊັງ​ຕິນ
2017-12-10 16:54:01  cri 
ວັນ​ທີ 9 ທັນ​ວາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ "ໂຄງ​ການ​ຈີນ" ​ກ່ຽວ​ກັບ​ການ​ຊຸກ​ຍູ້​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ເຂົ້າ​ຮ່ວມເປັນ​ສະ​ມາ​ຊິກອົງ​ການ​ການ​ຄ້າ​ໂລກ​ຫຼື​ WTO ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ບຸຍ​ເອ​ນົກ​ອາຍ​ເລັ​ສ ນະ​ຄອນ​ຫຼວງອັກ​ຊັງ​ຕິນ, ທ່ານ​ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ນຳ​​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ ແລະ​ກ່າວ​​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ.

ທ່ານ​ຈົ່ງ​ຊ່ານ​ໄດ້ປະ​ກອບ​ຄຳ​ເຫັນ 4 ຂໍ້. ຄື ໜຶ່ງ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ພາ​ລະ​ກຳຮ່ວມ​ຂອງ​ສັງ​ຄົມ​ມະ​ນຸດ​, ສອງ ລະ​ບຽບ​ການ​ຄ້າ​ຫຼາຍ​ຝ່າຍ​ແມ່ນ​ສິ່ງຄ້ຳ​ປະ​ກັນ​ສຳ​ຄັນ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ສາມ ປະ​ເທ​ດ​ດ້ອຍ​ພັດ​ທະ​ນາ​ເຂົ້າ​ຮ່ວມ WTO ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນທີ່ຮອບ​ດ້ານ​​ແລະສີ່ ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​ປະ​ເທດ​ດ້ອຍ​ພັດ​ທະ​ນາ.

ໃນ​ໄລ​ຍະ​ປະ​ຊຸມ, ທ່ານ​ຈົ່ງ​ຊ່ານ​ກັບ​ທ່ານ​ໂຣ​ເບີ​ໂທ ອາ​ເຊວິ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່ ​WTO ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈກັນ​ກ່ຽວ​ກັບ "ໂຄງ​ການ​ຈີນ" ໄລ​ຍະ​ທີ 7 ຂອງ ​WTO ແລະ​ບົດ​ບັນ​ທຶກ​​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ບໍ​ລິ​ຈາກ​​ແລະ​ການ​ຮ່ວ​ມ​ມືກອງ​ທຶນສັນ​ຍາ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ ​WTO.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ