ຈັດງານ​ໂຄ​ສະ​ນາ​ທ່ອງ​ທ່ຽວ​ແຂວງການຈະນະບູລີ​ໄທ​ປີ 2018
2017-12-10 17:10:15  cri 
ຕອນ​ບ່າຍ​ວັນ​ທີ 9 ທັນ​ວາ​ນີ້, ງານ​ໂຄ​ສະ​ນາ​ທ່ອງ​ທ່ຽວ​ແຂວງການຈະນະບູລີ​ໄທ​ປີ 2018 ໄດ້ຈັດ​ຂຶ້ນ​ຢູ່ແຂວງດັ່ງ​ກ່າວ ໂດຍທ່ານ​ນາງ ຈັນ​​ຍະ​ຣັກ ສາ​ທິດ​ກິດ ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ທ່ອງ​ທ່ຽວ​ແລະ​ກິ​ລາ​ແຂວງການຈະນະບູລີ​ໄທກ່າວ​ວ່າ, ໃນ​ປີ 2016, ມີ​ນັກ​ທ່ອງ​ທ່ຽວ​ຈີນ​ 1 ໝື່ນກວ່າ​ຄົນ​ໄປ​ທ່ຽວແຂວງຂອງ​ຕົນ, ​ແລະຍິນ​ດີ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວແຂວງ​ຂອງ​ຕົນ​ຫຼາຍກວ່າ​ເກົ່າ​.

ທ່ານ​ນາງ ຈັນ​ຢາ​ຣັກ ສາ​ທິດ​ກິດ ກ່າວ​ວ່າ, ແຂວງການຈະນະບູລີມີ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບູນ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ຊາວ​ບາງກອກ​ໄປ​ທ່ຽວ​ຫຼາຍກວ່າ​ໝູ່​ໃນ​ທ້າຍ​ສັບ​ປະ​ດາ. ຄາດ​ວ່າ, ທາງ​ດ່ວນ​ລະ​ຫວ່າງ​ບາງກອກ​ກັບແຂວງການຈະນະບູລີ​ຈະ​ເລີ່ມ​​ເປີດ​ບໍ​ລິ​ການແລ່ນ​ລົດ​ໃນປີ 2019, ເພື່ອ​ຮອດ​ເວ​ລາ​ນັ້ນ, ​ການຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ສອງ​ແຫ່ງ​ຈະ​ຍິ່ງ​ສະ​ດວກ​ກວ່າ​ເກົ່າ.

ທ່ານ​ນາງ ຈັນ​​ຍະ​ຣັກ ສາ​ທິດ​ກິດ ເຜີຍ​ໃຫ້​ຮູ້​ວ່າ, ປີ 2016, ມີ​ນັກ​ທ່ອງ​ທ່ຽວ​ຈີນ​ 1 ໝື່ນກວ່າ​ຄົນ​ໄປ​ທ່ຽວແຂວງການຈະນະບູລີ. ເພື່ອ​​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ, ປັດ​ຈຸ​ບັນ, ແຂວງການຈະນະບູລີກຳ​ລັງ​ເພີ່ມ​ທະ​ວີ​ການ​ບໍ​ລິ​ການ​ດ້ວຍ​ພາ​ສາ​ຈີນ​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ກິນ​ດື່ມ, ​ການ​ພັກເຊົາ, ການ​ນຳ​ທ່ຽວ​ ແລະ​ອື່ນໆ, ພ້ອມ​ກັນ​ນັ້ນ, ກໍ​ພວມ​ຂະ​ຫຍາຍ​ບໍ​ລິ​ເວນ​ທີ່​ມີ​ສັນ​ຍານ wifi ປົກ​ຄຸມ. ​ໂດຍ​ຫວັງ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວແຂວງການຈະນະບູລີ​ຫຼາຍ​ຍິ່ງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ