ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ຄວາ​ມເລັ່ງ​ດ່ວນ​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ
2017-12-10 14:52:31  cri 
ທ່ານ​ເຈັ​ຟ​ຣິ ​ເຟນ​ທ໌​ມັນ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ເມືອງ​ໄດ້​ແຈ້ງ​ສະ​ພາບ​ການ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ​​ຂອງ​ຕົນຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 9 ທັນ​ວາ​ນີ້, ໂດຍ​ເນັ້ນ​ຄວາມ​​ເລັ່ງ​ດ່ວນ​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ, ແລະ​ກ່າວ​ຢ້ຳ​ຄວາມ​ສັນ​ຄັນ​ທີ່​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ດ້ວຍ​ວິ​ທີ​ການ​ເມືອງ.

ທ່ານ​ເຟນ​ທ໌ມັນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ ສ​ປ​ປ ເກົ​າ​ຫຼີ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 8 ທັນ​ວາ​ນີ້, ​ໂດຍໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ​​ຣິ​ຢຸງ​ໂຮ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ທ່ານ​ປັກ​ມິງ​ກຸກ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ​ປ​ປ ເກົາ​ຫຼີກ່ຽວ​ກັບ​ບັນ​ຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມກັນ, ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽກ​​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ​ທັງ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ "ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ແມ່ນ​ບັນ​ຫາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ທີ່​ເຄັ່ງ​ຕຶງ​ທີ່​ສຸ​ດ​ແລະ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ"

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ເຟ​ນ​ທ໌​ມັນ​ໄດ້​ເນັ້ນ​ຄວາມ​ຈຳ​ເປັນ​ຕໍ່ ສ​ປ​ປ ເກົາ​ຫຼີ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ. ຂະ​ນະ​ດຽວ​ກັນ​ທ່ານ​ຊີ້​ວ່າ, ຄວນ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ວິ​ນິ​ໄສ​ທີ່​ຜິດ​ພາດ​ຕໍ່​ສະ​ຖາ​ນະ​ການ, ຄວນ​ຫຼຸດ​ຄວາມ​ສ່ຽງ​​ການ​ປະ​ທະ​ກັນ​ໂດຍ​ຜ່ານ​ຊ່ອງ​ທາງ​ທີ່​ເປີດ​ເຜີຍ. ປະ​ຊາ​ຄົມ​ໂລກ​ຮູ້​ສຶກ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ຖາ​ນະ​ການ​ທີ່​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ, ​ແລະພວມ​ພະ​ຍາ​ຍາມຊອກ​ຫ​າ​ວິ​ທີ​ແກ້​ໄຂ​ໂດຍ​ສັນ​ຕິ.

ນີ້​ແມ່ນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ລະ​ດັບ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ໄປ​ຢ້ຽມ​ຢາມ​ ສ​ປ​ປ  ເກົາ​ຫຼີ​ຄັ້ງ​ທຳ​ອິດ​ໃນ​ຮອບ 6 ປີ​​ຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ