ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ເຕືອນ​ອາ​ເມ​ລິ​ກາ​ບໍ່​ຄວນ​ທຳ​ລາຍ "​ສົນ​ທິສັນ​ຍາ​ທຳ​ລາຍຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ"
2017-12-10 15:02:51  cri 
ທ່ານ​ເຊີ​ເກີ ຣິ​ຢັບ​ຄົ​ຟ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 9 ທັນ​ວາ​ນີ້​ວ່າ, ປະ​ເທດ​ຕົນ​ເຕືອນ​ອາ​ເມ​ລິ​ກາ​ອີກ​ເທື່ອ​ໜຶ່​ງວ່າ​ທຳ​ລາຍ "​ສົນ​ທິສັນ​ຍາ​ທຳ​ລາຍຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ" ອາດ​ຈະ​ກະ​ທົບ​ເຖິງ​ການຄວບ​ຄຸມ​ກຳ​ລັງ​ອາ​ວຸດ​ແລະ​ກົນ​ໄກ​ບໍ່​ແຜ່​​ຜາຍ​ອາ​ວຸດ​ນິວ​ເຄຼຍ, ອາ​ເມ​ລິ​ກາ​ຄວນ​ເຂົ້າ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ.

ທ່ານ ຣິ​ຢັບ​ຄົ​ຟ ກ່າວ​ວ່າ, ​ໃນ​ບັນ​ຫາ "​ສົນ​ທິສັນ​ຍາ​ທຳ​ລາຍຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ" ອາ​ເມ​ລິ​ກາ​ຂົ່ມ​ຊູ່​ປະ​ເທດ​ຕົນ​ອີກ​ໂດຍ​ອ້າງ​ຈະ​ຂວ້ຳ​ບາດ, ​ເຊິ່ງການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ຕະ​ຫຼົກ​ຫຼາຍ. ອາ​ເມ​ລິ​ກາ​ຄວນ​ເຂົ້າ​ໃຈ​ວ່າ, ໃຊ້​ກຳ​ລັງ​ໜີບ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ທະ​ຫານ​ຕໍ່​ຣັ​ດ​ເຊຍຈະ​ບໍ່​ເປັນ​ຜົນ​ແຕ່​ຢ່າງ​ໃດເລີຍ.

​ທັງ​ນີ້ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 8 ທັນ​ວ​າ​ນີ້​ວ່າ, ອາ​ເມ​ລິ​ກາ​ຈະ​ບໍ່​ປ່ອຍ​ປະ​ລະ​ເລີຍ​ຕໍ່​ຣັດ​ເຊຍ​ທີ່ທຳ​ລາຍ "​ສົນ​ທິສັນ​ຍາ​ທຳ​ລາຍຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ" . ປະ​ເທ​ດ​ຕົນ​ຈະ​ສືບ​ຕໍ່​ຊອກ​ຫາ​ວິ​ທີ​ແກ້​ໄຂ​ໂດຍ​ຜ່ານ​ວິ​ທີ​ທາງ​ການ​ທູດ, ຂະ​ນະ​ດຽວ​ກັນ​ກໍ​ຈະ​ໃຊ້​ວິ​ທີ​ທາງ​ເສດ​ຖະ​ກິດ​​ແລະການ​ທະ​ຫານ​ເພື່ອ​​ບັງ​ຄັບ​ໃຫ້​ຣັດ​ເຊຍ​ປະ​ຕິ​ບັດ​ຕາມ "​ສົນ​ທິສັນ​ຍາ​ທຳ​ລາຍຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ" ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ