5 ປີ​ຜ່ານ​ມາ​ຈີນ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ​ມົນ​ລະ​ພິດ
2017-12-11 10:40:21  cri 
ທ່ານຫຼີ​ກ້ານ​ເຈ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 10 ທັນ​ວາ​ນີ້​ວ່າ: ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ແລະ​ປະ​ຕິ​ບັດແຜນ​ການ​ດຳ​ເນີນ​ງານ​ປ້ອງ​ກັນ​ມົນ​ລະ​ພິດ​ທາງ​ອາ​ກາດ, ນ້ຳ​ ແລະ​ດິນ ​ໂດຍ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ. ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ຮູບ​ແບບການ​ຄຸ້ມ​ຄອງ​ສິ່​ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໂດ​ຍ​ພື້ນ​ຖານ​ແລະ​ໄດ້​ຮັບ​ປະ​ສິ​ດ​ທິ​ຜົນ​ອັນ​ພົ້ນ​ເດັ່ນ​ໃນ​ບັ້ນ​ຮົບ​ແກ້​ໄຂ​ມົນ​ລະ​ພິດ​​ທີ່​ເຮັດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ ເຫັນ​ໄດ້​ຈາກ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ແກ້​ໄຂ​ມົນ​ລະ​ພິດ ​ຢ່າງ​ແຂງ​ແຮງ ​​ການ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດບໍ່​ພຽງ​ແຕ່​ໄດ້​​ສ້າງ​ຜົນ​ດີ​ຕໍ່​ດ້ານ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ ຍັງ​ໄດ້​​ສົ່ງ​ຜົນ​ດີ​ເຖິງດ້ານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ນຳ​ອີກ.

ທ່ານຫຼີ​ກ້ານ​ເຈ​ໃຫ້​ຮູ້​ວ່າ: ຕາມ​ສະ​ຖິ​ຕິ, ຈີນ​ສາ​ມາດ​ສຳ​ເລັດ​ການ​ປັບ​ປຸງ​ອຸ​ປະ​ກອນ​ແລະ​ເຕັກ​ນິກ​ການ​ຜະ​ລິດ​ຂອງ​ໂຮງ​ງານ​ໄຟ​ຟ້າ​ຖ່ານ​ຫີນ​ໃຫ້ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ໃຫ້​ສຳ​ເລັດ​ແລ້ວ 640 ລ້ານ​ກິ​ໂລ​ວັດ ກວມຍອດ​​ຈຳ​ນວນ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ຖ່ານ​ຫີນ​ເຖິງ 68%, ໂຮງ​ໄຟ​ຟ້າ​ຖ່ານ​ຫີນ​ສາ​ມາດ​ຫຼຸດ​ການ​ປ່ອຍ​ຊຸນ​ເຟີ​ດີ​ອົກ​ຊິດ 83%, ​ນີ​ໂຕ​ຣ​ແຊນ​ອົກ​ຊິດ 50% ແລະ​ຄວັນ​ໄຟ 67%, ​ແລະ​ການສ້າງ​ລະ​ບົບ​ຜະ​ລິດ​ໄຟ​ຟ້າ​ຖ່ານ​ຫີນ​ປອດ​ມົນ​ລະ​ພິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ ​ປີ 2017ນີ້, ຄວາມ​ເຂັ້ມ​ຂຸ້ນ​ຂອງອະ​ນຸ​ພາກ​ຝຸ່ນ​ລະ​ອອງຂະ​ໜາດ​ນ້ອຍກວ່າ 10ໄມ​ຄ​ຣອນ​ລົງ​ມາ(PM 10)​ ທີ່​​ສາ​ມາດ​ຫັນ​ໃຈເຂົ້າ​ປອດ​ໄດ້ຢູ່ 338 ຕົວ​ເມືອງ​ໃນທົ່ວ​ປະ​ເທດ​ຈີນໄດ້ຫຼຸດ​ລົງ 20,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ