ມີສະ​ຖາ​ບັນ​ຂົງ​ຈື້ 525 ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງ​ຈື້​ຊັ້ນ​ປະ​ຖົມ​ແລະ​ມັດ​ທະ​ຍົມ 1113 ແຫ່ງ​ແລ້ວ​ໃນ​ທົ່ວ​ໂລກ
2017-12-11 16:48:26  cri 
ທ່ານ​ຢູ​ທຽນ​ສີ ຮອງ​ເລ​ຂາ​ພັກ​ຫ້ອງ​ການ​ພາ​ສາ​ຈີນ​ແຫ່ງ​ຊາດ​​ຈີນແລະ​ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ເປີດ​ເຜີຍ​ໃນ​ພິ​ທີຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊີ່​ອ່ານ ແຂວງ​ສ້ານ​ຊີ່ ສ​ປ ຈີນ​ໃນ​ວັ​ນ​ທີ 10 ທັນ​ວາ​ນີ້​ວ່າ: ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຊີ່​ອ່ານ​ແຕ່​ວັນ​ທີ 12-13 ທັນ​ວາ​ນີ້​ໂດຍ​ເນັ້ນ​ຫົວ​ຂໍ້ "ລົງ​ເລິກ​ການ​ຮ່ວມ​ມື, ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ, ປະ​ກອບ​ສ່ວນ​ເພື່ອ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ".ໃນ​ໄລ​ຍະ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຍັງ​ຈະ​ມີ​ການຈັດ​ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ການ​ສ້າງ​ສະ​ຖາ​ບັນ​ຂົງ​ຈື້, ງານ​ວາງ​ສະ​ແດງ​ປຶ້ມ​ແບບ​ຮຽນ​ພາ​ສາ​ຈີນ, ງານ​ວາງ​ສະ​ແດງ​ອາ​ຫານ​ຈີນ, ງານ​ວາງ​ສະ​ແດງ​ຜະ​ລິ​ດ​ຕະ​ພັນ​ປະ​ດິດ​ສ້າງ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ຜົນ​ງານ​ສິ​ລະ​ປະ​ການ​ຂຽນ​ຕົວ​ໜັງ​ສື​ຂອງ​ສະ​ຖາ​ບັນ​ສິ​ລະ​ປະ​ການ​ຂຽນ​ຕົວ​ໜັງ​ສື​ຈີນ ​ແລະ​ກິດ​ຈະ​ກຳ​ອື່ນໆ.

ປັດ​ຈຸ​ບັນ, ໃນ​ທົ່ວ​ໂລກ​ ​ມີສະ​ຖາ​ບັນ​ຂົງ​ຈື້ທັງ​ໝົດ 525 ແຫ່ງ ແລະ​ຫ້ອງ​ຮຽນ​ຂົງ​ຈື້​ຊັ້ນ​ປະ​ຖົມ​ແລະ​ມັດ​ທະ​ຍົມ 1113 ແຫ່ງ​ຢັ່ງ​ຢາຍ​ຢູ່​ໃນ​ 146 ປະ​ເທດ​ແລະ​ເຂດ​ແຄວ້ນ, ໃນ​ນີ້, ​ສະ​ເພາະ​ແຕ່ 53 ປະ​ເທດ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ມີ​ສະ​ຖາ​ບັນ​ຂົງ​ຈື້​ເຖິງ 140 ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງ​ຈື້ 136 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ