ອີ​ຣັກ​ປະ​ກາດ​ວ່າ​ໄດ້​ກູ້​ຄືນ​ດິນ​ແດນ​ທີ່​ຖືກ​ກຸ່ມ IS ຍຶດ​ຄອງ​ນັ້ນ​ແລ້ວ 100%
2017-12-11 15:17:29  cri 
ກອງ​ທັບ​ອີ​ຣັກ​ຖະ​ແຫຼງ​ໃນ​ວັນ​ທີ 9 ທັນ​ວາ​ນີ້​ວ່າ: ວັນທີ 9 ທັນ​ວາ​ນີ້, ກອງ​ທັບ​ລັດ​ຖະ​ບານ​ແລະ​ທະ​ຫານ​ລາດ​ນິ​ກາຍ​ຊີ່​ອະ​ໄດ້ກູ້​ຄືນ​ເຂດ​ຈາ​ຣີ​ລາທີ່​ຢູ່​ລະ​ຫວ່າງ​ແຂວງ​ອານ​ອັນ​ບາ ແລະ​ແຂວງ​ນິ​ເນ​ວາ ແລ້ວ​ສາ​ມາດ​ຄວບ​ຄຸມ​ຊາຍ​ແດນ​ລະ​ຫວ່າງ​ອີ​ຣັກ​-ຊີ​ຣີ ເຊິ່ງ​ໝາຍ​ຄວາມ​ວ່າ ກອງ​ທັບ​ລັດ​ຖະ​ບານ​ອີ​ຣັກ​ໄດ້​ປົດ​ປ່ອຍ​ດິນ​ແດນ​ທີ່​ຖືກ​ກຸ່ມ IS ຍຶດ​ຄອງ​ນັ້ນ​ແລ້ວ 100%.

ວັນ​ທີ 17 ພະ​ຈິກ​ຜ່ານ​ມາ, ກອງ​ທັບ​ອີ​ຣັກ​ໄດ້​ຍຶດ​ຄືນ​ເມືອງ​ຣາ​ວາ ຖານ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ກຸ່ມ IS ຢູ່​ອີ​ຣັກ ແລະ​ວັນ​ທີ 23 ເດືອນພະ​ຈິກ, ກອງ​ທັບ​ອີ​ຣັກ​ໄດ້​ກໍ່​ການ​ໂຈມ​ຕີ​ປາບ​ປາມ​ກຳ​ລັງ​ເສດ​ເຫຼືອ​ຂອງ​ກຸ່ມ IS ຢູ່​ເຂດ​ທະ​ເລ​ຊາຍ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຕົນ ໂດຍ​ສາ​ມາດ​ຍຶດ​ຄືນ​ດິນ​ແດນຫຼາຍກວ່າ 15.000 ກິ​ໂລ​ຕາ​ແມັດ​ຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ