ຈັດ​ງານ​ຊື້​ຂາຍ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 25 ຢູ່​ເມືອງ​ຜິງ​ສຽງ
2017-12-11 16:49:03  cri 

ງານ​ທ່ອງ​ທ່ຽວ​ດ່ານ​ຊານ​ແດນ​ຈີນ​-ຫວຽດ​ນາມ​ຜິງ​ສຽງ​ກວາງ​ຊີ 2017 ແລະ​ງານ​ຊື້​ຂາຍ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 25 ໄດ້​ຈັດ​ຂຶ້ນ​ຢູ່​ດ່ານ​ມິ​ດ​ຕະ​ພາບ​ເມືອງ​ຜິງ​ສຽງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ປ​ສ ຈີນ​ໃນ​ວັນ​ທີ 11 ທັນ​ວາ​ນີ້​ໂດຍ​ແຂກ​ຖືກ​ເຊີນ​ແລະ​ນັກ​ທຸ​ລະ​ກິດ​ຈາກ​ຈີນ​ແລະ​​ປະ​ເທດອາ​ຊຽນ​ເປັນ​ຕົ້ນ ຫວຽດ​ນາມ, ໄທ, ມາ​ເລ​ເຊຍ,ມຽນ​ມາ​ແລະ​ລາວ​ເຂົ້າ​ຮ່ວມ.

ໃນ​ພິ​ທີ​ເປີດ​ງານ​ດັ່ງ​ກ່າວ, ທ່ານ​ອູ​ສຽວ​ຮຸ່ຍ ເຈົ້າ​ເມືອງ​ຜິງ​ສຽງ​ແລະ​ຜູ້​ຕາງ​ໜ້າ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ເປີດໃຊ້​ເວັບ​ໄຊ​ບໍ​ລິ​ການມວນ​ຊົນ​ຕົວ​ເມືອງ​ສະ​ມາດ​ຜິງ​ສຽງ ແລະ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຈີນ​ແລະ​ອາ​ຊຽນ 11 ແຫ່ງ​ໄດ້​ຮ່ວມ​ກັນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ບໍ​ລິ​ສັດ​ຈໍ​ລະ​ຈອນ​ສິນ​ຄ້າ​ຕົວ​ເມືອງ​ສຳ​ຄັນ​ຕາມ​ທາງ​ຜ່ານ​ທິດ​ໃຕ້​ເພື່ອ​ການ​ເຊື່ອມ​ຈອດ​ຈີນ-ສິງ​ກະ​ໂປ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ