ນັກ​ສະ​ສົມ​ຊຸດ​ສີ​ເພົາ​ໜຸ່ມ
2017-12-11 17:15:50  cri 

ທ້າວຢວນ​ຈ້ຽນ​ເຫວີຍ ອາ​ຍຸ 30 ກວ່າ​ປີ ເປັນນັກ​ສະ​ສົມ​ຊຸດ​ສີ​ເພົາ​​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ. ຊຸດ​ສີ​ເພົາ​ກຳ​ເນີດ​ມາ​ແຕ່​ສະ​ໄໝ​ລາ​ຊະ​ວົງ​ຊິ່ງ​ຂອງ​ຈີນ​ເມື່ອ 300 ກວ່າ​ປີ​ກ່ອນ ແລະ​ຂະ​ຫຍາຍ​ຕົວ​ຮອດຊຸມ​ປີ 1930​ຈິ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ ໂດຍ​ຈາກ​​ກຳ​ແພງນະ​ຄອນ​ຊຽງ​ໄຮ ແຫຼ່ງ​ກຳ​ເນີດ​ເຜີຍ​ແຜ່​ນິ​ຍົມ​​ໄປ​ຮອດ​ທົ່ວ​ປະ​ເທດ​. ແຕ່​ພາຍຫຼັງ​ມາ, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເສື້ອ​ຜ້າ​ອາ​ພອນ​ແບບ​ຕາ​ເວັນ​ຕົກ, ຈິ່ງ​ມີ​ຄົນ​​ເວົ້າ​ດ້ວຍ​ຄວາມເສຍ​ດາຍ​ວ່າ: ຄວາມ​ນິ​ຍົມ​ສູງ​ໃນ​ການ​ໃສ່​ຊຸດ​ສີ​ເພົາ​ນັ້ນ​ກາຍ​ເປັນ​ຕຳ​ນານ​ແລ້ວ, ສ່ວນ​ໃນ​ປັດ​ຈຸ​ບັນ, ຊຸດ​ສີ​ເພົາ​ທຸກ​ຮູບ​ທຸກ​ແບບ​ຍັງ​ສາ​ມາດ​ເຫັນ​ໄດ້​ຢູ່​ບໍ​ລິ​ສັດ​ຂອງ​ທ້າວຢວນ​ຈ້ຽນ​​ເຫວີຍ​ຢູ່.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ