ທ່ານ ສີ​ຈິ້ນ​ຜິງ ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍເຖິງປະ​ທາ​ນາ​ທິ​ບໍ​ດີ​ອານ​ເຊ​ຣີ​ຕໍ່​ຜົນ​ສຳ​ເລັດ​ຂອງການ​ຍິງ​ດາວ​ທຽມ​ໂທ​ລະ​ຄົມ​ເລກ 1
2017-12-11 11:15:19  cri 


ວັນ​ທີ 11 ທັນ​ວາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ຫາທ່ານ ອັບ​ເດ​ລາ​ຊິ​ສ໌ ບຸນ​ຕີ​ຟ​ລີ​ຄາ ປະ​ທາ​ນາ​ທິ​ບໍ​ດີ​ອານ​ເຊ​ຣີ ເພື່ອ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ຍິງດາວ​ທຽມ​ໂທ​ລະ​ຄົມ​ເລກ 1 ຂອງ​ປະ​ເທດ​ອານ​ເຊ​ຣີ.


ທ່ານ ສີ​ຈິ້ນ​ຜິງ ກ່າວ​ໃນ​ເນື້ອ​ໃນ​ໂທ​ລະ​ເລກວ່າ: ໂຄງ​ການ​ດາວ​ທຽມ​ໂທ​ລະ​ຄົມ​ເລກ 1 ຂອງ​ອານ​ເຊ​ຣີ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ອານ​ເຊ​ຣີ ທັງເປັນ​ແບບ​ຢ່າງ​ແຫ່ງ​ຜົນ​ສຳ​ເລັດ​ດ້ານການ​ຮ່ວມ​ມື​​ລະ​ຫວ່າ​ງ​ຈີນ-ປະ​ເທດ​ອາ​ຣັບ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ, ເຊິ່ງ​ມັນຈະ​ມີບົດ​ບາດ​ທີ່​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ປັບ​ປຸງ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ແລະ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າດ້ານ​ສັງ​ຄົມ​ແກ່ອານ​ເຊ​ຣີ.


ທ່ານ ບຸນ​ຕີ​ຟ​ລີ​ຄາ ກ່າວ​ວ່າ: ຜົນ​ສຳ​ເລັດ​ຂອງການ​ຍິງ​ດາວ​ທຽມ​ໂທ​ລະ​ຄົມ​ເລກ 1 ຂອງ​ປະ​ເທດ​ອານ​ເຊ​ຣີແມ່ນ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ການ​ຮ່ວມ​ມື​ການ​ບິນ​ອະ​ວະ​ກາດ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ລະ​ຫວ່າງ​ສອງ​ປະ​ເທດ. ຝ່າຍ​ອານ​ເຊ​ຣີ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ພ້ອມ​ກັນ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເພື່ອ​ໃຫ້ໄດ້​ຮັບ​ໝາກ​ຜົນ​​ຫຼາ​ຍກວ່າ​ເກົ່າ.

ດາວ​ທຽມ​ໂທ​ລະ​ຄົມ​ເລກ 1 ຂອງ​ອານ​ເຊ​ຣີ​ແມ່ນ​ດາວ​ທຽມ​ໂທ​ລະ​ຄົມ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ນິກ​ອະ​ວະ​ກາດ​ຈີນ​ຜະ​ລິດ​ໃຫ້​ກົມ​ການ​ບິນ​ອະ​ວະ​ກາດ​ອານ​ເຊ​ຣີ, ແມ່ນ​ດາວ​ທຽມ​ໂທ​ລະ​ຄົມໜ່ວຍທຳ​ອິດ​ຂອງ​ອານ​ເຊ​ຣີ ທັງ​ເປັນ​ໂຄງ​ການ​ຮ່ວມ​ມື​ໂຄງ​ການ​ທຳ​ອິດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ