AIIB ເລີ່ມໂຄງ​ການ​ຕໍ່​ຈີນ​ໂຄງ​ການ​ທຳ​ອິດຢູ່​ປັກ​ກິ່ງ
2017-12-11 16:33:55  cri 
ວັນ​ທີ 11 ທັນ​ວາ​ນີ້, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ​ຫຼື AIIB ໄດ້​ປະ​ກາດ​ຕໍ່​ພາຍນອກວ່າ: ພາຍຫຼັງ​ໄດ້​ເລີ່ມ​ດຳ​ເນີນ​ງານເກືອບ 2 ປີ​ມານີ້, ​ໄດ້​ເປີດໂຄງ​ການ​ຕໍ່​ຈີນ​ໂຄງ​ການ​ທຳ​ອິດ​ທີ່ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ເຊິ່ງໄດ້​ສຸມ​ໃສ່​ການ​ປ່ຽນ​ຖ່ານ​ຫີນ​ເປັນ​ອາຍ​ແກັ​ສ​ທຳ​ມະ​ຊາດ,ເພື່ອ​ຊຸກ​ຍູ້​ການບັນ​​ລຸ​ເປົ້າ​ໝາຍ"ປັກ​ກິ່ງ​ທີ່​​ມີທ້ອງ​ຟ້າ​ແຈ່ມໃສ".

ທະ​ນາ​ຄານ AIIB ກ່າວ​ໃນ​ບົດ​ແຈ້ງ​ການ​ສະ​ບັບ​ໜຶ່ງວ່າ: ຄະ​ນະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ເງິນ​ກູ້​ທີ່​ມີ​ມູນ​ຄ່າ​ເຖິງ 250 ລ້ານ​ໂດ​ລາ​ສະ​ຫະ​ລັດ​ງວດ​ໜຶ່ງ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ເຄືອ​ຂ່າຍ​ທໍ່​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ທີ່​ປົກ​ຄຸມ​ປະ​ມານ 510 ບ້ານ, ເຊື່ອມ​ຕໍ່​ປະ​ມານ 216.750 ຄອບ​ຄົວ​ ແລະ​ໂຄງ​ການ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ