ທະ​ນາ​ຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ລິ​ເລີ່ມ​ໃຊ້​ການ​ຈ່າຍ​ເງິນ​ດ້ວຍ​ລະ​ບົບເອ​ເລັກ​ໂຕ​ຣ​ນິກ​ຢ່າງ​ແຂງ​ແຮງ
2017-12-11 16:34:37  cri 
ຫວ່າງມໍ່ໆ​ມາ​ນີ້, ທ່ານ ມູ​ຮຳ​ມັດ ອິບ​ຣາ​ຮີມ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ກ່າວ​ໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມ "ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ບົບ​ການ​ຈ່າຍ​ເງິນ" ວ່າ: ເພື່ອ​ໃຫ້​ຖືກ​ກັບ​ກາ​ລະ​ເທ​ສະ​ທາງ​ເສດ​ຖະ​ກິດ​ດີຈິ​ຕອນ, ທະ​ນາ​ຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ພະ​ຍາ​ຍາມ​ລິ​ເລີ່ມ​ໃຊ້​ວິ​ທີການ​ຈ່າຍ​ເງິນ​ຜ່ານ​ທາງ​ເອ​ເລັກ​ໂຕ​ຣ​ນິກ​ຢ່າງ​ແຂງ​ແຮງ ໂດຍ​ສອງ​ມາດ​ຕະ​ການ​ດັ່ງ​ກ່າວ​ລວມ​ທັງ​ການ​ຍົກ​ເລີກ​ຄ່າ​ທຳ​ນຽມ​ການ​ໂອນ​ເງິນ​ແບບ​ດ່ວນ​ຂອ​ງ​ສ່ວນ​ບຸກ​ຄົນ​ ແລະ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ ກໍ​ຄື​ຍົກ​ຄ່າ​ທຳ​ນຽມ​ການ​ໃຊ້​ເຊັກ​ໃຫ້​ສູງ​ຂຶ້ນ.

ນັບ​ແຕ່​ປີ 2009 ເປັນ​ຕົ້ນ​ມາ, ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ມາ​ເລ​ເຊຍ​ໄດ້​ລົງ​ທຶນ 893 ລ້ານລິງ​ກິດ​ເພື່ອ​ຍົກ​ລະ​ດັບ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າ​ງ​ດ້ານ​ການ​ຈ່າຍ​ເງິນ​ດ້ວຍ​ລະ​ບົບເອ​ເລັກ​ໂຕ​ຣ​ນິກ. ທ່ານ ມູ​ຮຳ​ມັດ ອິບ​ຣາ​ຮີມ ກ່າ​ວວ່າ: "ປະ​ຊາ​ຊົນ​ມາ​ເລ​ເຊຍ​ສ່ວນ​ຫຼາຍ​​ມີ​ບັດບັນ​ຊີ​ທະ​ນາ​ຄານ​ແລະ​ມື​ຖື​ແລ້ວ, ປັດ​ຈຸບັນ​ຢູ່​ປະ​ເທດ​ເຮົາ​ໄດ້​ມີ​ບັດ​ທະ​ນາ​ຄານ 45,4 ລ້ານບັດ ແລະ ໂທ​ລະ​ສັບ​ມື​ຖື 42,8 ລ້ານ​ເລກ​ໝາຍ. ພວກ​ເຮົາ​ຄວນ​ນຳ​ໃຊ້​ທ່າ​ແຮງ​ນີ້​ຢ່າງ​ເຕັມ​ປ່ຽມ​ແລະ​ເຮັດ​ໃຫ້້​ວິ​ທີ​ການ​ຈ່າຍ​ເງິນ​ແບບ​ນີ້​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສະ​ດວກ​ຂຶ້ນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ