ໃຊ້​ເວ​ລາ​ຮ້ອຍ​ປີ​ເພື່ອ​ຜະ​ລິດ​ກາ​ເຟ​ແຊບ​ຈອກ​ໜຶ່ງ
2017-12-11 16:23:39  cri 

 

ຕາມ​ຂ່າວ CRI: ບ້ານ​ຈູ​ກູ​ລາ​ຂຶ້ນ​ກັບ​ຕາ​ແສງ​ຜິງ​ຊວນ​ເມືອງ​ປິ່ນ​ຊວງ​ກິ່ງ​ແຂວງ​ຕ້າ​ຫຼີ​ແຂວງ​ຢຸນ​ນານ ສ​ປ ຈີນ, ແມ່ນ​ບ້ານ​ເຜົ່າ​ຢີ​ທີ່​ຄົນ​ຮູ້​ໜ້ອຍ. ​ຊື່​ບ້ານ​ທີ່​ວ່າ "ຈູ​ກູ​ລາ" ​ແມ່ນ​ພາ​ສາ​ຢີ​ແປ​ວ່າ "ຖະ​ໜົນ​ຄົດໆ​ລ້ຽວໆ". ຍ້ອນ​ວ່າ​ທາງ​ບໍ່​ດີ, ຊາວ​ບ້ານ​ເຂົ້າ​ອອກ​ບ້ານ​ຈູ​ກູ​ລາ​ລ້ວນ​ແຕ່​ດ້ວຍ​ຍ່າງ, ສະ​ນັ້ນ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ພາ​ກັນ​ເວົ້າ​ວ່າຖະ​ໜົນ​ເຂົ້າ​ອອກ​ບ້ານ​ຈູ​ກູ​ລາ​ມີ "​ບ່ອນຄົດ​ລ້ຽວ 99 ບ່ອນ​ແລະ​ມີ88ສັນ". ໃນ​ບ້ານ​ນີ້​ທີ່ຫ່າງ​ໄກ​ສອກ​ຫຼີກ, ​ພັດ​ມີ​ປ່າ​ໄມ້​ກາ​ເຟ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ຈີນ, ແລະ​ໄດ້​​ສືບ​ທອດ​​ສີ​ມື​ຜະ​ລິດ​ກາ​ເຟ​ຫຼາຍກວ່າ​ຮ້ອຍ​ປີ.

ອີງຕາມເອ​ກະ​ສານ​ບັນ​ທຶກວ່າ, ຜູ້​ເຜີຍ​ແຜ່​ສາ​ສະ​ໜາ​​ໂລ​ມັງ​ກະ​ໂຕ​ລິກ​ຂອງຝ​ຣັ່ງ​ໄດ້​ໄປ​ເຜີຍ​ແຜ່ສາ​ສະ​ໜາ​ຢູ່​ບ້ານ​ຈູ​ກູ​ລາ​ເມື່ອ​ປີ 1904, ແລະ​ໄດ້​ນຳ​ເອົາ​ຕົ້ນ​ກາ​ເຟ​ຫວຽດ​ນາມ​​ມາປູກ​ຢູ່​ບ້ານ​ນີ້, ເລີ່ມ​ແຕ່​ເວ​ລາ​ນັ້ນ​ມາ, ບ້ານ​ຈູ​ກູ​ລາ​ກໍ​ໄດ້​ເລີ່ມ​ປູກ​ກາ​ເຟ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ