ໂຮງ​ຮຽນ​ສອນ​ດ້ວຍ​ພາ​ສາ​ຈີນ​ຂອງ​ກຳ​ປູ​ເຈຍ​ຈັດ​ການ​ແຂ່ງ​ຂັນຂຽນ​ຄວາມ​ຊີງ​ຂັນ​ສະ​ຖານ​ທູດ​ຈີນ
2017-12-11 16:44:41  cri 
ການ​ແຂ່ງ​​ຂຽນ​ບົດ​ຄວາມ​ກັບ​ທີ່​ຊີງ​ຂັນ​ສະ​ຖານ​ທູດຂອງ​ນັກ​ຮຽນ​ທີ່​ຮຽນ​ຢູ່​ໂຮງ​ຮຽນ​ພາ​ສາ​ຈີນ​ຢູ່​ກຳ​ປູ​ເຈຍ​ປີ 2017 ໄດ້​ຈັດ​ຂຶ້ນ​ຢູ່​ພະ​ນົມ​ເປັນ​ໃນ​ວັນ​ທີ 10 ທັນ​ວາ​ນີ້, ​ມີນັກ​ຮຽນ 739 ຄົນ​ຈາກ​ໂຮງ​ຮຽນ​ພາ​ສາ​ຈີນ 21 ແຫ່ງ​ຂອງ​ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ.

ທ່ານ​ຫຼີ​ແຈ, ທີ່​ປຶກ​ສາ​ທູດ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ເລີ່ມ​ແຕ່​ຕັ້ງ​ການ​ແຂ່ງ​ຂັນ​ຂຽນ​ບົດ​ຄວາມ​ກັບ​ທີ່​ຊີງ​ຂັນ​ສະ​ຖານ​ທູດເມື່ອ​ປີ 2001 ​ເປັນ​ຕົ້ນມາ​, ໄດ້​ດຶງ​ດູດ​ນັກ​ຮຽນ​ຈາກ​ໂຮງ​ຮຽນ​ພາ​ສາ​ຈີນ​​ທົ່ວ​​ກຳ​ປູ​ເຈຍ​ຫຼາຍກວ່າໝື່ນ​ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ໄດ້​ກາຍ​ເປັນທີ່​ມີ​ຊື່​ສຽງດ້ວຍ​ພາ​ສາ​ຈີນ​ຢູ່​ກຳ​ປູ​ເຈຍ, ​ເປັນ​ເວ​ທີ​ແຂ່ງ​ຂັນ​ທີ່​ດີ​ໃຫ້​ແກ່​ຊາວ​ໜຸ່ມ​ກຳ​ປູ​ເຈຍ​ໃນ​ການ​ຮຽນ​ພາ​ສາ​ຈີນ, ຊອກ​ຮູ້​ປະ​ເທດ​ຈີນ​ແລະ​ເພີ່ມ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ, ຫົວ​ຂໍ້​ບົດ​​ຂຽນ​ຂອງ​ລະ​ດັບ​ປະ​ຖົມ​ແມ່ນ "ຄວາມ​ຝັນ​ຂອງ​ຂ້ອຍ", ຫົວ​ຂໍ້​​ຂຽນບົດ​ຂອງ​ລະ​ດັບ​ມັດ​​ທະ​ຍົມ​ແມ່ນ "ຈີນ​ກໍ​ຢູ່​ໃກ້​ຄຽງ​ພວກ​ເຮົາ", ສ່ວນ​ຫົວ​ຂໍ້​ບົດ​ຂອງ​ໜ່ວຍ​ວິ​​ຊາ​ພາ​ສາ​ຈີນ​ແມ່ນ "ອະ​ນາ​ຄົດ​ຂອງ​ກຳ​ປູ​ເຈຍ​ແລະ​ປະ​ເທດ​ຈີນ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ