ສະ​ຖາ​ບັນ​ວິ​ທະ​ຍາ​ສາດຈີນ​ສ້າງ​ສູນ​ກາ​ນ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່​ບາງກອກ
2017-12-11 16:31:00  cri 
ພິ​ທີ​ເປີດ​ປ້າຍ​ສູນ​ການ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່​ບາງ​ກອກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 8 ທັນ​ວາ​ນີ້ ເຊິ່ງ​ແມ່ນ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ສ້າງ​ອົງ​ການ​ຕົວ​ແທນ​ຕ່າງ​ປະ​ເທດ ແລະ ສູນ​ການ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່ແຫ່ງ​ທຳ​ອິດ ທີ່​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຢູ່​ຕ່າງ​ປະ​ເທດ.

ທ່ານສຸ​ວິດ ​ເມ​ຊິນ​ຊີ ຜູ້​ຕາງ​ໜ້າ​ພິ​ເສດ​ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​​ຢີ​ໄ​ທ​ກ່າວ​ໃນ​ພິ​ທີ​ວ່າ, ພະ​ບໍ​ລົມ​ມະ​ວົງ​ສາ​ນຸ​ວົງ ແລະ ລັດ​ຖະ​ບານ​ໄທ​ເອົາ​ໃຈ​ໃສ່​ສູ​ງ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​​ໂລຢີ​ກັບ​ລັດ​ຖະ​ບານ​ຈີນ ແລະ​ ການ​ສ້າງ​ສູນ​ດັ່ງ​ກ່າວ​ຈະ​ເປີດ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ໄທ​ໃນການ​ແບ່ງ​ປັນ​ຜົນ​ງານ​ດ້ານ​ການ​ປະ​ດິດ​ສ້າງ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ດ້ານ​ເຕັກ​ໂນ​ໂລ​ຢີ​ຂັ້ນ​ສູງ​ຈາກ​ຈີນ.

ທ່ານ​ລຸຍ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ກ່າວ​ວ່າ, ໄທ​ແມ່ນ​ປະ​ເທດ​ສຳ​ຄັນ ແລະ ເໝາະ​ສົມ​ສຳ​ລັບ​ຈີນ​ໃນ​ການ​ຮ່ວມ​ມື​ດ້ານ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີ​ທີ່ອ​ວ່າຍ​ໜ້າ​ໄປ​ສູ່ອາຊຽນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ເຊິ່ງ​ການ​ເປີດ​ສູນ​ດັ່ງ​ກາວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈີນ-ໄທ​ໄດ້​ຢ​ວ່າງ​ບາດ​ກ້າວ​ໃໝ່​ໃນ​ເສັ້ນ​ທາງ​ປະ​ດິດ​ສ້າງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ