ເກີດ​ເຫດ​ລະ​ເບີດ​ຢູ່ເຂດແມນ​ຮັດ​ຕັນ​ນະ​ຄອນ​ນິວຢອກ​ປະ​ເທ​ດ​ອາ​ເມ​ລິ​ກາ
2017-12-12 11:40:28  cri 
ວັນ​ທີ 11 ທັນ​ວາ​ນີ້ ຢູ່​ເຂດແມນ​ຮັດ​ຕັນ​ນະ​ຄອນ​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​​ລະ​ເບີດ ສົ່ງ​ຜົນ​​ໃຫ້ 4 ຄົນ​ໄດ້​ຮັບບາດ​ເຈັບ.

ຕາມ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ເຫດ​ລະ​ເບີດ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ມີ​ຜູ້ຄົນ​ເດີນ​ຢູ່​ຕາມທ້ອງ​ຖະ​ໜົນ​ຢ່າງ​ໜາ​ແໜ້ນ, ຈຸດ​ລະ​ເບີດ​ຢູ່​ທີ່ສະ​ຖາ​ນີ​ລົດ​ເມ​ໂດຍ​ສານ​ຂອງພະ​ແນກວຽກ​ງານ​ທ່າ​ກຳ​ປັ່ນ​ນິວຢອກ​ ຖະ​ໜົນ 42 ເສັ້ນ​ທີ 8 ຂອງແມນ​ຮັດ​ຕັນ, ຫ່າງ​ສະ​ໜາມ​ຫຼວງ​ນິວຢອກ​ທາມ​ສ໌ບໍ່​ໄກ. ຜົນ​ກະ​ທົບຈາກ​ເຫດ​ລະ​ເບີດ​ເຮັດ​ໃຫ້ເສັ້ນ​ທາງ​ລົດ​ໄຟ​ໃຕ້​ດິນ ​ແລະ​ເສັ້​ນ​ທາງ​ລົດ​ເມ​ຫຼາຍ​ເສັ້ນຄ້ອງປິດ​ບໍ​ລິ​ການ.

ຂ່າວ​ແຈ້ງວ່າ: ລະ​ເບີ​ດ​ທີ່​ແຕກ​ໃນ​ຄັ້ງ​ນີ້​ອາດ​ຈະ​ເປັນ​ລະ​ເບີດ​ແບບ​ປະ​ດິດ​ດ້ວຍ​ຕົນ​ເອງ.

ກົມ​ຕຳ​ຫຼວດ​ນິວຢອກ​ໄດ້​ໂພ​ສ໌​ຂ່າວ​ທາງ​ສື່​ສັງ​ຄົມອອນ​ລາຍ​ວ່າ, ຕຳ​ຫຼວດ​ໄດ້​ຈັບ​ຕົວ​ຊາຍ​ຜູ້​ໜຶ່ງ​ທີ່​ເປັນ​ຜູ້​ຕ້ອງ​ສົງ​ໄສ​ໄວ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ