ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ແກ່​ຍາວ​ເວ​ລາ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ພາ​ວະ​ສຸກ​ເສີນ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ
2017-12-12 15:30:28  cri 
ວັນ​ທີ 11 ທັນ​ວາ​ນີ້, ເຈົ້າ​ໜ້າ​ທີ່​ໃນ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ວ່າ: ທ່ານ ໂຣດ​ຣີ​ໂກ ດູ​ເ​ຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ສະ​ພາ​ແຫ່ງ​ຊາດ ໂດຍ​ຮຽກ​ຮ້ອງ​ໃຫ້​ແກ່​ຍາວ​ເວ​ລາ​ຂອງ​ກາ​ນ​ປະ​ຕິ​ບັດ​ຄຳສັ່ງ​ພາ​ວະ​ສຸກ​ເສີນ​ຢູ່​ເກາະ​ມິນ​ດານ​າວ ​ແລະ​ແຫ່ງ​ອື່ນໆ​ທາງ​ພາກ​ໃຕ້​ປະ​ເທດ​ຕົນ​ທີ່​ຈະ​ໝົດ​ອາ​ຍຸ​ໃນ​ທ້າຍ​ປີ​ນີ້​ອອກ​ໄປ​ອີກເປັນ​ເວ​ລາ 1 ປີ ເພື່ອ​ກຳ​ຈັດ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ ​ແລະ​ຜູ້​ກໍ່​ການ​ຮ້າຍ​ຈຳ​ນວນ​ໜຶ່ງ​ທີ່​ຍັງ​ເຄື່ອນ​ໄຫວ​ເລື້ອຍໆ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ.

ຈົດ​ໝາຍ​ຂຽນ​ວ່າ: ໃນ​ເດືອນ​ຕຸ​ລາ​ປີ​ນີ້, ກອງ​ທັບ​ຟີ​ລິບ​ປິນ​ໄດ້​ຍາດ​ເອົາ​ເມືອງ​ມາ​ລາ​ວີ​ທາງ​ພາກ​ໃຕ້​ຟີ​ລິບ​ປິນ​ຄືນ​ຈາກ​ກຸ່ມ​ມູ​ເຕີ​ແລະຜູ້​ກໍ່​ການ​ຮ້າຍ​ອື່ນໆ​ຢ່າງ​ສຳ​ເລັດ​ຜົນ, ແຕ່​ຢູ່​ເກາະ​ມິນ​ດາ​ນາວ​ຍັງ​ມີ​ຜູ້​ກໍ່​ການ​ຮ້າຍ​ທ້ອງ​ຖິ່ນ​ແລະ​ສັນ​ຊາດ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ IS, ເຂົາ​ເຈົ້າ​ພວມຂະ​ຫຍາຍສະ​ມາ​ຊິກ​ຄືນ​ໃໝ່, ຊອກ​ຫາ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ທຶນ​ຮອນ​ແລະ​ພະ​ລາທິ​ກາ​ນ, ແລະ​ເຈດ​ຕະ​ນາ​ກໍ່​ການ​ໂຈມ​ຕີ​ຢູ່​ພາກ​ໃຕ້​ອີກ. ຫາກ​ອະ​ນຸ​ຍາດ​ແກ່​ຍາວ​ເວ​ລາພາ​ວະ​ສຸກ​ເສີນ​ໄປ​ຈົນ​ຮອດ​ທ້າຍ​ປີ 2018 ຈະສາ​ມາດ​ຊ່ວຍກອງ​ທັບ​ຟີ​ລິບ​ປິນ​ກຳ​ຈັດ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ກໍ່​ການ​ໂຈມ​ຕີ​ເລື້ອຍໆ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ​ໄດ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ