ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ
2017-12-12 15:50:52  cri 
ວັນ​ທີ 11 ທັນ​ວາ​ນີ້, ທ່ານ ປາຍ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍກ່າວ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ວ່າ: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ ແລະ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ໄກ.

ທ່ານ ປາຍ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃໝ່​ຂອງ ສ​ປ ຈີນ​ປະ​ຈຳ​ມາ​ເລ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​ນີ້ໃນ​ງານ​ລ້ຽງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພະ​ຈິກ​ທີ່​ຜ່ານ​ມາ.

ທ່ານ​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ເສດ​ຖະ​ກິດໂລ​ກາ​ພິ​ວັດ​ນັບ​ມື້​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ ແລະ ​ໃນ​ເວ​ລາ​ທີ່ຈີນ​ແລະ​ມາ​ເລ​ເຊຍ​ພວມ​ຮ່ວມ​ກັນ​ສ້າງ​ໜຶ່​ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ສອງ​ປະ​ເທດ​ຄວນ​ກຳ​ທິດ​ແຫ່ງ​ການ​ພັດ​ທະ​ນາ​ໃນ​ຍຸກ​ໃໝ່, ກຳ​ແໜ້ນ​ໂອ​ກາດ​ຂອງການ​ພັດ​ທະ​ນາໃຫ້​ດີ, ຍົກ​ລະ​ດັບ​ຂອງການ​ຮ່ວມ​ມືໃຫ້​ສູງ​ຂຶ້ນ. ເພື່ອຊຸກ​ຍູ້​ເລື່ອງ​ນີ້​ໃຫ້​ເຂົ້າ​ສູ່​ຄວາມ​ສຳ​ເລັດ, ຝ່າຍ​ຈີນຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຄື​ໜຶ່ງ,​ຈະ​ສືບ​ຕໍ່​ສຸມ​ໃສ່​ເປີດກວ້າງ​ການ​ຄ້າ​ສອງ​ຝ່າຍ; ສອງ,​ ຈະ​ສືບ​ຕໍ່​ສຸມ​ໃສ່​ຊຸກ​ຍູ້​ການ​ລົງ​ທຶນ;ສາມ, ຈະ​ສືບ​ຕໍ່​ສຸມ​ໃສ່​ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ