ເລີ່ມ​ທົດ​ລອງ​ໃຊ້ເຮືອ​ທີ່​ສາ​ມາດ​ບິນ​ໄດ້​ທີ່​ຈີນ​ຄົ້ນ​ຄວ້າຜະ​ລິດ​​ເອງ
2017-12-12 16:04:38  cri 


ວັນ​ທີ 11 ທັນ​ວາ​ນີ້, ຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫ​ຫຼຳ​ປະ​ເທດ​ຈີນ, ເຮືອ​ປີກ​ຕີ້​ຊ້ຽວ​ຊຽງ​ໂຈ່ວ ເຊິ່ງ​ເປັນເຮືອ​ທີ່​ສາ​ມາດ​ບິນ​ໄດ້​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ນັ້ນໄດ້​ຜ່ານ​ການ​ຢັ້ງ​ຢືນ​ຈາກ​ສະ​ມາ​ຄົມກວດ​ສອບ​ລະ​ດັບ​ເຕັກ​ນິກ​ເຮືອ​ຈີນ ແລະ​ໄດ້​ເລີ່ມ​ທົດ​ລອງ​ໃຊ້​ຢູ່​ອ່າວທະ​ເລ​ຢາ​ໂຈ່ວ​​ເມືອງ​ຊ່ານຢ້າ. ຂ່າວ​ແຈ້ງວ່າ:
ເຮືອ​ດັ່ງ​ກ່າວ​ມີ​ຄວາ​ມຍາວ​ເຖິງ 12,7 ແມັດ, ກວ້າງ 11 ແມັດ, ສູງ 3,9 ແມັດ​, ສາ​ມາດ​ບິນ​ໂດຍ​ບັນ​ທຸກ​ນ້ຳ​ໜັກ​ໄດ້​ສູງ​ສຸດ​ເຖິງ 2,5 ໂຕນ, ມີ​ປະ​ຕູ​ຢູ່​ທ້ອງ​ເຮືອ 2 ປ່ອງ, ໂດຍ​ສານ​ຄົນ​ໄດ້ 7 ຄົນ.
1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ