ທ່ານ​ວາງ​ຢີ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ຄັ້ງ​ທີ 15
2017-12-12 15:29:50  cri 
ຕາມ​ຂ່າວ CRI: ທ່ານ​ວາງ​ຢີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ຄັ້ງ​ທີ 15 ຢູ່​ນະ​ຄອນ​ຫຼວງ​ນິວ​ແດນ​ລີ​ປະ​ເທດ​ອິນ​ເດຍ​ໃນ​ວັນ​ທີ 11 ທັນ​ວາ​ນີ້.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ໃນ 15 ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ສາມ​ຝ່າຍ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ໄດ້​ມີ​ພະ​ລັງ​​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ, ໃນ​ຖາ​ນະ​ເປັນ 3 ປະ​ເທດ​ຕະຫຼາດ​ພັດ​ທະ​ນາ​ໃໝ່, ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ຂະ​ບວນ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ພາບ​ສາ​ກົນ, ແລະ​ກາຍ​ເປັນ​ກຳ​ລັງ​ພາ​ໃຫ້​ໂລກ​ປັດ​ຈຸ​ບັນ​ມີ​ຄວາມ​ໝັ້ນ​ຄົງ​ແລະ​ແຂງ​ແກ່ນ. ສາມ​ປະ​ເທດ​ຄວນ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ໃຫຍ່, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ແລະ​ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ເປີດ​ຮັບ​ທຸກ​ຝ່າຍ.

ທ່ານ​ເຊີ​ແກ ລາ​ຟ​ຣ໊ອບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແລະ​ທ່ານ​ຊຸ​ສ​ມາ ສະ​ວາ​ຮັ​ດຈ໌ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ສັບ​ສົນ​ແລະ​ມີ​ການ​ປ່ຽນ​ແປງ​ຫຼາຍ​ໃນ​ປັດ​ຈຸ​ບັນ, ສາມ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ແລະ​ການ​ຮ່ວມ​ມື​ໃນ​ບັນ​ຫາ​ຈຸດ​ສຸມ​ແລະ​ວຽກ​ງານ​ສາ​ກົນ​ເຊັ່ນ​: ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກ່ອນ​ປີ 2030 ແລະ​ອື່ນໆ, ຊຸກ​ຍູ້​ສ້າງ​ລະ​ບຽບ​ສາ​ກົນ​ທີ່​ຍຸ​ຕິ​ທຳ​ແລະ​ປະ​ຊາ​ທິ​ປະ​ໄຕ​ກວ່​າ​ເກົ່າ. ການ​ຮ່ວມ​ມື​ລະ​ຫວ່າງ​ສາມ​ປະ​ເທດ​ບໍ່​ແນ​ໃສ່​ຝ່າຍ​ທີ​ສາມ, ​ເຊິ່ງ​ມັນ​ຈະມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕະ​ຫຼາດ​ພັດ​ທະ​ນາ​ໃໝ່​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ, ​ທັງມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ