ເປີດ​ຂະ​ບວນ​ຄາຣາວານລົດ​ຈີນ-ອາ​ຊຽນ 2017 ຢູ່​ເມືອງ​ເຫີ​ພູ​ເຂດກວາງ​ຊີ
2017-12-12 16:25:52  cri 
​​ໃນ​ວັນ​ທີ 11 ທັນ​ວາ​ນີ້ຂະ​ບວນ​ຄາຣາວານລົດ​ຈີນ-ອາ​ຊຽນ 2017 ທັງ​ເປັນ​ຄາ​ຣາ​ວານ​ລົດ​ສື່ມວ​ນ​ຊົນ​ຈີນ-ອາ​ຊຽນ​​ໄດ້ເລີ່ມ​ອອກ​ລົດ​ຢູ່​ເມືອງ​ເຫີ​ພູ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ​ ຈີນ​ເຊິ່ງ​ເປັນ​ທ່າ​ກຳ​ປັ່ນ​ສຳ​ຄັນ​ຂອງ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ໄໝ​ບູ​ຮານ", ຜູ້​ຂັບ​ລົດຈີນ​ແລະ​ຕ່າງ​ປະ​ເທດ 40 ຄົນ​ໄດ້​​ພາ​ກັນ​ຢຽບ​ຄັນ​ເລັ່ງ​ສູ່ "ການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ" ທີ່​ເປັນ​ເວ​ລາ 18 ວັນ, ໄລ​ຍະ​ທາງ​ຍາວ​ປະ​ມານ 1 ໝື່ນ​ກິ​ໂລ​ແມັດ.

ຂະ​ບວນ​ຄາ​ຣາ​ວານ​ລົດ​ຄັ້ງ​ນີ້​ຈະ​ຜ່ານ 10 ປະ​ເທດ​ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ, ເລີ່ມ​ແຕ່​ດ່ານ​​ມິດ​ຕະ​ພາບ​ເມືອງ​ຜິງ​ສຽງ​ເຂດກວາງ​ຊີ​ຂອງ​ຈີນ, ຜ່ານ​ຫວຽດ​ນາມ, ລາ​ວ, ໄທ, ມຽນ​ມາ, ກຳ​ປູ​ເຈຍ, ມາ​ເລ​ເຊຍ, ສິງ​ກະ​ໂປ, ບ​ຣູ​ໄນ, ຟີ​ລິບ​ປິນ​ແລະ​ອິນ​ໂດ​ເນ​ເຊຍ. ລົດ​ທີ່​ເຂົ້າ​ຮ່​ວມ​ການ​ແຂ່ງ​ຂັນ​ມາ​ຈາກ 10 ປະ​ເທດ​ອາ​ຊຽນ, ຄາດ​ວ່າ​ຈະ​ມີ​ລົດທີ່​ເຂົ້າ​ຮ່ວມ​​ຂະ​ບວນ​ເຖິງ 108 ຄັນ, ​ມີ​ຜູ້​ຂັບ​ລົດ​ຈີນ 20 ຄົນ​ໃນ​ຈຳ​ນວນ​ທັງ​ໝົດ 40 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ