ຈັດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​​ເມືອງ​ແຫ່ງ​ໝາກ​ໄມ້​ຈີນ-ອາ​ຊຽນ​ປີ 2017
2017-12-12 10:45:01  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເມືອງແຫ່ງ​ໝາກ​ໄມ້​ຈີນ-ອາ​ຊຽນ​ປີ 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຜິງ​ສຽງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໃນ​ວັນ​ທີ 11 ທັນ​ວາ​ນີ້ ເຊິ່ງ​ມີ​ນັກ​ທຸ​ລະ​ກິດ, ຊ່ຽວ​ຊານ ແລະ​ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຈາກ​ຈີນ, ຫວຽດ​ນາມ, ໄທ, ລາວ, ມຽນ​ມາ ແລະ ມາ​ເລ​ເຊຍ​​ເຂົ້າ​ຮ່ວມ ໂດຍ​ໄດ້​ສຸມ​ໃສ່​​ປຶ​ກ​ສາ​ຫາ​ລື​ກັນ​ກ່ຽວ​ກັບການ​ພັດ​ທະ​ນາ​ຂະ​ແໜງ​ການ​ການ​ຄ້າ​ ແລະ ປຸງ​ແຕ່ງ​ໝາກ​ໄມ້​ຈີນ-ອາ​ຊຽນ ແລະ ​ອື່ນໆ​ອີກຫຼາຍ​ຫົວ​ຂໍ້.

ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​ສຳ​ຄັນ​ຂອງ​ເທດ​ສະ​ການ​ທ່ອງ​ທ່ຽວ​ຊາຍ​ແດນ​ຈີນ-ຫວຽດ​ນາມ​ເມືອງ​ຜິງ​ສຽງ​ເຂດກວາງ​ຊີ​ປີ 2017 ກໍ​ຄື​ຕະຫຼາດ​ນັດ​ຜິງ​ສຽງ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 25, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ເນັ້ນ​ໃສ່​ຈຸດ​ພິ​ເສດ​​ດ້ານທີ່​ຕັ້ງ​ພູມ​ສາດ, ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ ແລະ ຍີ່​ຫໍ້​ຂອງ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ທີ່​ມີ​ຊື່​ສຽງ ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ໝາກ​ໄມ້​ຂອງ​ຈີນ ​ແລະ ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ສູ່​ຊາວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ