ເອ​ຢິບ​ແລະ​ຣັດ​ເຊຍ​ລົງ​ນາມ​ໃນ​ສັນ​ຍາ​ສ້າງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ດາ​ບາ
2017-12-12 10:46:29  cri 
ວັນ​ທີ 11 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອັບ​ເດວ-ຟາ​ຕາ ເອວ-ຊີ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ ແລະ ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ທີ່​ໄປ​ຢ້ຽມ​ຢາມ​ເອ​ຢິບ ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ໂຄງ​ການ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​​ດາບາ ທີ່​ເປັນ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ​ເອ​ຢິບ.

ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ເວັບ​ໄຊ "ອານ-ອາ​ຣຳ" ທີ່​ເປັນ​ສື່​ທາງ​ການ​ເອ​ຢິບ​ໃຫ້​ຂໍ້​ມູນ​ວ່າ, ໄລ​ຍະ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ແມ່ນ 12 ປີ ແລະ​ພາຍຫຼັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ສ່ວນ​ໜຶ່ງ​ແລ້ວ​ຈະ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໃນ​ປີ 2024. ຂ່າວ​ແຈ້ງ​ຕື່ມ​ວ່າ, ຍອດ​ການ​ລົງ​ທຶນ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ມີ​ເກືອບ 30 ຕື້​ໂດ​ລາ. ຣັດ​ເຊຍ​ຈະ​ປ່ອຍ​ເງິນ​ກູ້ 25 ຕື້​ໂດ​ລາ​ໃຫ້​ແກ່​ໂຄງ​ການ​ດັ່ງ​ກ່າວ, ຄິດ​ໄລ່ອັດ​ຕາ​ດອກ​ເບ້ຍ 3% ​ຕໍ່​ປີ ແລະ ປ່ອຍ​ເປັນ​ໄລ​ຍະ 13 ປີ.

​ທີ່​ຕັ້ງໂຮງ​ໄຟ​ຟ້າ​ນິວ​ເຄຼຍດາ​ບາ​ຢູ່​ຫ່າງຈາກ​ນະ​ຄອນຫຼວງ​ເລີ​ແກ​ຂອງ​ເອ​ຢິບ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ 130 ກິ​ໂລ​ແມັດ. ເຈົ້າ​ໜ້າ​ທີ່​ເອ​ຢິບ​ເຄີຍ​ກ່າວ​ວ່າ, ເຂດ​ນີ້​ໄກ​ຈາກ​ເຂດ​ມັກ​ເກີດ​ແຜ່ນ​ດິນ​ໄຫວ ແລະ ຕົວ​ເມືອງ​ໃຫຍ່ ແລະ​ ເປັນ​ສະ​ຖານ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ