ວັນທີ 11 ທັນວານີ້, ກິດຈະກຳເລາະສາຍຮູບເງົາດີເດັ່ນຈີນ-ກຳປູເຈຍຄັ້ງທີ 2 ເຊິ່ງຮ່ວມຈັດໂດຍສະຖານທູດຈີນປະຈຳກຳປູເຈຍ, ວິທະຍຸສາກົນແຫ່ງປະເທດຈີນ, ກະຊວງວັດທະນະທຳ ແລະ ສິລະປະກຳປູເຈຍ, ກະຊວງຖະແຫຼງຂ່າວກຳປູເຈຍ ແລະ ສະຫະພັນຊາວໜຸ່ມກຳປູເຈຍ ໄດ້ເລີ່ມຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງພະນົມເປັນ ໂດຍມີທ່ານສົງໂປ່ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ, ທ່ານໂພອຸມ ຊາໂກນາ ລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະກຳປູເຈຍ, ທ່ານເອກ ຊຳ ໂອຍ ປະທານສະມາຄົມມິດຕະພາບກຳປູເຈຍ-ຈີນ, ທ່ານວາງເວີນຈຸ້ນ ຮອງຜູ້ອຳນວຍການໃຫຍ່ວິທະຍຸສາກົນແຫ່ງປະເທດຈີນ ແລະ ຜູ້ຊົມພັນກວ່າຄົນໄດ້ເຂົ້າຮ່ວມພິທີເປີດ ແລະ ຊົມຮູບເງົາເລື່ອງ "ພະຊວນຈ້າງຂອງລາຊະວົງຖັງ" ຮູບເງົາຈີນທີ່ພາກສຽງເປັນພາສາກຳປູເຈຍ.
ກິດຈະກຳເລາະສາຍຮູບເງົາດີເດັ່ນຈີນ-ກຳປູເຈຍຄັ້ງທີ 1 ໄດ້ໄປເລາະສາຍຮູບເງົາຢູ່ 8 ແຂວງ ແລະ ນະຄອນອ້ອມໜອງທະເລສາບກຳປູເຈຍໃນເດືອນທັນວາປີ 2016 ໂດຍໄດ້ເດີນທາງເປັນໄລຍະ 1000 ກວ່າກິໂລແມັດ ແລະ ສາຍຮູບເງົາດີເດັ່ນຂອງຈີນ ແລະ ກຳປູເຈຍ 6 ເລື່ອງສູ່ສາຍຕາປະຊາຊົນກຳປູເຈຍ 2 ໝື່ນກວ່າຄົນໃນ 13 ບ້ານ.